Intensive Course 2015

ສຳເລັດບັ້ນເຝິກອົບຮົມພາສາອັງກິດສຳລັບພະນັກງານຈາກກະຊວງໂຍທາ

 

intensive_laotop_college_ໂຍທາທິການແລະຂົນສົ່ງ ຮ່ວມມືກັບວິທະຍາໄລ ລາວ-ທ໊ອບ

ໃນວັນສຸກທີ 11/09/2015 ທີ່ຜ່ານມາ ທີ່ວິທະຍາໄລ ລາວ-ທ໊ອບ ໄດ້ມີພິທີມອບຮັບໃບຢັ້ງຢືນໃຫ້ແກ່ບັນດາພະນັກງານຈາກກະຊວງໂຍທາທິການ ແລະ ຂົນສົ່ງ ທີ່ໄດ້ເຂົ້າເຝິກອົບຮົມພາສາອັງກິດໄລຍະສັ້ນ ເພື່ອຍົກລະດັບຄວາມຮູ້ຄວາມສາມາດ ໃນການສື່ສານພາສາອັງກິດ ແລະ ເພື່ອກຽມຄວາມພ້ອມກ່ອນເຂົ້າປະຊາຄົມອາຊຽນໃນທ້າຍປີນີ້

ໃນບັ້ນເຝິກອົບຮົມຊຸດນີ້ມີຈຳນວນຜູ້ເຂົ້າຮ່ວມທັງໝົດ 13 ຄົນ ເຊິ່ງໄດ້ຕັ້ງໃຈສຶກສາຮ່ຳຮຽນຢ່າງສຸດກົກສຸດປາຍ ເພື່ອຍາດແຍ່ງເອົາຄວາມຮູ້ຄວາມສາມາດຈາກອາຈານ ຜູ້ຖ່າຍທອດຄວາມຮູ້ ເຊິ່ງມີທັງລາວ ແລະ ຕ່າງປະເທດ.

ການຈັດເຝິກອົບຮົມຊຸດນີ້ເປັນຄັ້ງທີສອງສຳລັບວິທະຍາໄລ ລາວ-ທ໊ອບ. ຄັ້ງທຳອິດແມ່ນເມື່ອປີ 2012 ເຊິ່ງແມ່ນຄະນະຈາກ ມະຫາວິທະຍາໄລ ວິທະຍາສາດສຸຂະພາບ ໄດ້ສົ່ງ ຄູອາຈານ ແລະ ພະນັກງານ ຈຳນວນທັງໝົດ 60 ຄົນມາຈັດເຝິກອົບຮົມຍົກລະດັບທັງພາສາອັງກິດ ແລະ ຄອມພິວເຕີ. ສຳລັບປີ 2015 ນີ້ແມ່ນຈາກກະຊວງໂຍທາທິການແລະຂົນສົ່ງ.

ວິທະຍາໄລ ລາວ-ທ໊ອບຫວັງຢ່າງຍິ່ງວ່າ ບັນດາພະນັກງານຜູ້ທີ່ໄດ້ຮັບການເຝິກອົບຮົມຈະໄດ້ນຳເອົາຄວາມຮູ້ທີ່ໄດ້ຮຽນຮູ້ມາໝູນໃຊ້ໃຫ້ເກີດປະໂຫຍດສູງສຸດແກ່ວຽກງານຂອງຕົນເອງ ແລະ ຍັງຫວັງອີກວວ່າຈະໄດ້ຮັບຄວາມໄວ້ວາງໃຈຈາກບັນດາກະຊວງ-ອົງການຈັດຕັ້ງຕ່າງໆທັງພາກລັດ ແລະ ເອກະຊົນ ໃຫ້ຈັດບັ້ນເຝິກອົບຮົມແບບນີ້ຂຶ້ນອີກເລື້ອຍໆ

Leave a Reply

Your email address will not be published. Required fields are marked *