Intensive Course 2015 ສຳເລັດບັ້ນເຝິກອົບຮົມພາສາອັງກິດສຳລັບພະນັກງານຈາກກະຊວງໂຍທາ   ໃນວັນສຸກທີ 11/09/2015 ທີ່ຜ່ານມາ ທີ່ວິທະຍາໄລ ລາວ-ທ໊ອບ ໄດ້ມີພິທີມອບຮັບໃບຢັ້ງຢືນໃຫ້ແກ່ບັນດາພະນັກງານຈາກກະຊວງໂຍທາທິການ ແລະ ຂົນສົ່ງ ທີ່ໄດ້ເຂົ້າເຝິກອົບຮົມພາສາອັງກິດໄລຍະສັ້ນ ເພື່ອຍົກລະດັບຄວາມຮູ້ຄວາມສາມາດ ໃນການສື່ສານພາສາອັງກິດ ແລະ ເພື່ອກຽມຄວາມພ້ອມກ່ອນເຂົ້າປະຊາຄົມອາຊຽນໃນທ້າຍປີນີ້ ໃນບັ້ນເຝິກອົບຮົມຊຸດນີ້ມີຈຳນວນຜູ້ເຂົ້າຮ່ວມທັງໝົດ 13 ຄົນ ເຊິ່ງໄດ້ຕັ້ງໃຈສຶກສາຮ່ຳຮຽນຢ່າງສຸດກົກສຸດປາຍ ເພື່ອຍາດແຍ່ງເອົາຄວາມຮູ້ຄວາມສາມາດຈາກອາຈານ ຜູ້ຖ່າຍທອດຄວາມຮູ້ ເຊິ່ງມີທັງລາວ ແລະ ຕ່າງປະເທດ. ການຈັດເຝິກອົບຮົມຊຸດນີ້ເປັນຄັ້ງທີສອງສຳລັບວິທະຍາໄລ ລາວ-ທ໊ອບ. ຄັ້ງທຳອິດແມ່ນເມື່ອປີ 2012 ເຊິ່ງແມ່ນຄະນະຈາກ ມະຫາວິທະຍາໄລ ວິທະຍາສາດສຸຂະພາບ ໄດ້ສົ່ງ ຄູອາຈານ ແລະ ພະນັກງານ ຈຳນວນທັງໝົດ 60 ຄົນມາຈັດເຝິກອົບຮົມຍົກລະດັບທັງພາສາອັງກິດ ແລະ…

read more