ວິທະຍາໄລ ລາວ-ທ໊ອບ ໄດ້ຈັດການແຂ່ງຂັນເຕະບານ 9 ຄົນ ເຊິ່ງໄດ້ມີພິທີເປີດທີ່ເດີ່ນ Ferrari ໃນວັນທີ 1 ກຸມພາ 2020 ເວລາ 15:00ໂມງ
ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ກວັນຢຸງວຸກ ປະທານ ວິທະຍາໄລ ລາວ-ທ໊ອບ, ທ່ານ ລຳໄພ ຂຸນດາວົງ ອຳນວຍການ ຕະຫຼອດຮອດອາຈານ ແລະ
ນັກສຶກສາ ແລະ ນັກກິລາກໍເຂົ້າຮ່ວມໝົດທຸກຄົນ

ຈຸດປະສົງເພື່ອເປັນການຜັນຂະຫຍາຍ 5 ຫຼັກມູນທີ່ກະຊວງສຶກສາທີການ ແລະ ກິລາໄດ້ວາງອອກ, ເພື່ອເປັນການຄັດເລືອກນັກກິລາເພື່ອເຂົ້າຮ່ວມການແຂ່ງຂັນຕ່າງໆ
ແລະ ເປັນການຕ້ອນຮັບວັນສ້າງຕັ້ງສະຫະພັນກຳມະບານລາວ ພ້ອມທັງເປັນການສ້າງຄວາມສາມັກຄີພາຍໃນວິທະຍາໄລອີກດ້ວຍ
ທີມທີ່ເຂົ້າຮ່ວມທັງໝົດມີ 8 ທີມຈາກພາກເຊົ້າ, ບ່າຍ ແລະ ຄໍ່າ
- Morning Predators FC
- AF Galaxy FC
- B-You FC
- Best Football FC
- Bullet United
- Black Devil FC
- Young Boys FC
- Harajuku FC
