ວິທະຍາໄລ ລາວ-ທ໊ອບ ຈັດພິທີສະຫຼຸບສົກຮຽນ 2016-2017

ໃນວັນທີ 21 ຕຸລາ 2017 ທີ່ຜ່ານມາ ວິທະຍາໄລ ລາວ-ທ໊ອບ ໄດ້ຈັດພິທີສະຫຼຸບສົກສຶກສາ 2016-2017 ທີ່ຫ້ອງ Top Hall ວິທະຍາໄລ ລາວ-ທ໊ອບ(ອາຄານໃໝ່). ເປັນກຽດເຂົ້າຮ່ວມໂດຍທ່ານ ກວັນຢຸງວຸກ ປະທານວິທະຍາໄລ ລາວ-ທ໊ອບ, ທ່ານ ລຳໄພ ຂຸນດາວົງ ອຳນວຍການວິທະຍາໄລ ລາວ-ທ໊ອບ, ທ່ານ ພັນທະວິໄລ ນວນຮຸ່ນ ຮອງອຳນວຍການຝ່າຍວິຊາການ ຕະຫຼອດເຖິງນັກສຶກສາທີ່ສຳເລັດການສຶກສາໃນສົກຮຽນ 2016-2017 ພ້ອມດ້ວຍພໍ່ແມ່ຜູ້ປົກຄອງກໍເປັນກຽດເຂົ້າຮ່ວມ.

ໃນພິທີດັ່ງກ່າວ ທ່ານ ພັນທະວິໄລ ນວນຮຸ່ນ ຮອງອຳນວຍການຝ່າຍວິຊາການ ໄດ້ຂຶ້ນຜ່ານບົດສະຫຼຸບຫຍໍ້ການເຄື່ອນໄຫວທີ່ໃນສົກຮຽນທີ່ຜ່ານມາ. ນອກຈາກນັ້ນ, ກໍໄດ້ມີພິທີມອບໃບຍ້ອງຍໍແກ່ຄູອາຈານທີ່ດີເດັ່ນໃນສົກຮຽນຮຽນ 2016-2017 ຈຳນວນ 9 ທ່ານ ແລະ ຍັງໄດ້ມອບໃບຍ້ອງຍໍໃຫ້ແກ່ນັກສຶກສາທີ່ດີເດັ່ນດ້ານການຮຽນ-ກິດຈະກຳນອກຫຼັກສູດ ຈຳນວນ 5 ຄົນ.

ພິທີດັ່ງກ່າວໄດ້ຈັດຂຶ້ນຢ່າງຮຽບງ່າຍຕາມມະຕິຕົກລົງຂອງສູນກາງໄດ້ວາງອອກ

Leave a Reply

Your email address will not be published. Required fields are marked *