ພິທີເປີດນຳໃຊ້ອາຄານຫ້ອງການຫຼັງໃໝ່ ວິທະຍາໄລ ລາວ-ທ໊ອບ

ໃນວັນສຸກ ທີ 10 ກຸມພາ 2017 ທີ່ວິທະຍາໄລ ລາວ-ທ໊ອບ ໄດ້ມີການເປີດນຳໃຊ້ອາຄານຫ້ອງການຫຼັງໃໝ່ ເຊິ່ງເປັນກຽດເຂົ້າຮ່ວມໂດຍ ທ່ານ ຮສປອ ສາຍຂອງ ສາຍນະສິນ ຫົວໜ້າກົມການສຶກສາຊັ້ນສູງ ແລະ ໂຕແທນຈາກພາກສ່ວນຕ່າງໆ, ອາຈານ ແລະ ນັກສຶກສາຈາກ ວິທະຍາໄລ ລາວ-ທ໊ອບ.

ພິທີເປີດນຳໃຊ້ອາຄານຫ້ອງການຫຼັງໃໝ່ ວິທະຍາໄລ ລາວ-ທ໊ອບ

ວິທະຍາໄລ ລາວ-ທ໊ອບ ໄດ້ດຳເນີນການຮຽນການສອນມາແຕ່ປີ 2017 ເປັນຕົ້ນມາ. ໃນເບື້ອງຕົ້ນ ວິທະຍາໄລ ໄດ້ເປີດການຮຽນການສອນຫຼັກສູດເຝິກອົບຮົມພາສາອັງກິດໄລຍະສັ້ນເລີ່ມຕົ້ນຈາກນັກຮຽນພຽງ 100 ກວ່າຄົນ. ຕໍ່ມາຈຶ່ງໄດ້ຮັບອານຸມັດຈາກກະຊວງສຶກສາທິການ ແລະ ກິລາ ໃຫ້ດຳເນີນຫຼັກສູດຊັ້ນສູງພາສາອັງກິດ.ເຊິ່ງເປັນບາດກ້າວທຳອິດຂອງວິທະຍາໄລ ລາວ-ທ໊ອບ

ໃນປີ 2009 ທາງຄະນະບໍລິຫານ ຈຶ່ງໄດ້ຕັດສິນໃຈສ້າງອາຄານຫຼັງໃໝ່ ທີ່ ບ້ານໂພນປ່າເປົ້າ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ ເພື່ອຕອບສະໜອງກັບຈຳນວນນັກສຶກສາທີ່ເພີ່ມຂຶ້ນເລື້ອຍໆ ແລະ ໄດ້ເປີດການນຳໃຊ້ເມື່ອປີ 2010. ຫຼັງຈາກນັ້ນກໍໄດ້ເປີດຫຼັກສູດປະລິນຍາຕີພາສາອັງກິດ, ຊັ້ນສູງຄອມພິວເຕີທຸລະກິດ, ໄອທີ, ບໍລິຫານທຸລະກິດ ແລະ ການເງິນ-ການບັນຊີ

ຈາກນັ້ນມາ ຈຳນວນນັກສຶກສາໄດ້ເພີ່ມຂຶ້ນມາຕະຫຼອດຈົນຮອດ 1000 ກວ່າຄົນ ຈຶ່ງເຮັດໃຫ້ຫ້ອງຮຽນເລີ່ມທີ່ຈະບໍ່ພຽງພໍກັບຈຳນວນນັກສຶກສາ ແລະ ອີກຢ່າງແມ່ນຈຳນວນອາຈານທີ່ເພີ່ມຂຶ້ນ ກໍເຮັດໃຫ້ຫ້ອງພັກຄູທີ່ມີຢູ່ເລີ່ມຄັບແຄບ. ທາງຄະນະບໍລິຫານຈຶ່ງໄດ້ຕັດສິນໃຈປຸກອາຄານຫຼັງໃໝ່ເມື່ອວັນທີ 07 ຕຸລາ 2016 ແລະ ໄດ້ສຳເລັດເມື່ອວັນທີ 7 ກຸມພາ 2017. ເຊິ່ງເປັນອາຄານ 3 ຊັ້ນ ມີເນື້ອທີ່ 160m2 ລວມມູນຄ່າການກໍ່ສ້າງປະມານ 3ແສນໂດລາສະຫະລັດ ຊັ້ນທຳອິດໃຊ້ໄວ້ເປັນບ່ອນຈອດລົດ ຫຼື ຈັດກິດຈະກຳກາງແຈ້ງ, ຊັ້ນ 2 ເປັນຫ້ອງພັກຄູ ແລະ ຫ້ອງການຂອງຄະນະອຳນວຍການ, ຊັ້ນ 3 ເປັນຫ້ອງໂຖງໃຫຍ່ໃຊ້ໄວ້ສຳລັບຈັດກອງປະຊຸມ ຫຼື ງານຕ່າງໆ.

ການສ້າງອາຄານຫຼັງໃໝ່ນີ້ຖືເປັນບາດກ້າວອີກບາດກ້າວໜຶ່ງຂອງວິທະຍາໄລ ລາວ-ທ໊ອບ ທີ່ຕອບສະໜອງດ້ານນະໂຍບາຍຕ່າງໆຂອງຄະນະບໍລິຫານງານທີ່ຈະຕ້ອງອຳນວຍຄວາມສະດວກໃຫ້ແກ່ນັກສຶກສາຕະຫຼອດເຖິງຄູອາຈານໝົດທຸກຄົນ ໃຫ້ມີຄວາມສະດວກສະບາຍໃນການຮໍ່າຮຽນ ແລະ ການສິດສອນ.

ພິທີເປີດນຳໃຊ້ອາຄານຫ້ອງການຫຼັງໃໝ່ ວິທະຍາໄລ ລາວ-ທ໊ອບ
ພິທີເປີດນຳໃຊ້ອາຄານຫ້ອງການຫຼັງໃໝ່ ວິທະຍາໄລ ລາວ-ທ໊ອບ

ໃນປະຈຸບັນ ວິທະຍາໄລ ລາວ-ທ໊ອບມີນັກສຶກສາທັງໝົດ 1000 ກວ່າຄົນ ມີອາຈານ ແລະ ພະນັກງານທັງໝົດ 50 ກວ່າຄົນ. ເປີດການຮຽນການສອນໃນລະດັບຊັ້ນສູງ ມີສາຂາພາສາອັງກິດ, ໄອທີ, ຄອມພິວເຕີທຸລະກິດ, ການເງິນ-ການບັນຊີ ແລະ ບໍລິຫານທຸລະກິດ. ນອກຈາກນັ້ນ ຍັງໄດ້ເປີດຫຼັກສູດເຝິກອົບຮົມໄລຍະສັ້ນເສົາ-ອາທິດ ມີທັງຄອມພິວເຕີທົ່ວໄປ, ສ້ອມແປງຄອມພິວເຕີ, ອອກແບບເວັບໄຊ, ອອກແບບສື່ສິ່ງພິມ, ພາສາອັງກິດ, ພາສາຈີນ ແລະ ພາສາຫວຽດນາມ. ສຳລັບຊ່ວງນີ້ແມ່ນກຳລັງເປີດຮັບນັກຮຽນເຝິກອົບຮົມເສົາ-ອາທິດຢູ່ ໂທ 021 353900, 021 353901. www.laotop.net Facebook Lao-Top

Leave a Reply

Your email address will not be published. Required fields are marked *