ໃນວັນທີ 7/4/2016 ທີ່ຜ່ານມາ ວິທະຍາໄລ ລາວ-ທ໊ອບໄດ້ມີການຈັດງານສະເຫຼີມສະຫຼອງບຸນປີໃໝ່ລາວ ແລະ ເພື່ອເປັນການສຶບທອດປະເພນີອັນດີງາມຂອງຊາດເຮົາ ວິທະຍາໄລ ລາວ-ທ໊ອບ ກໍໄດ້ຈັດພິຕັກບາດ ຖວາຍຈັງຫັນແດ່ພຣະ 9 ອົງ ນອກນັ້ນຍັງມີພິທີບາສີ ສູ່ຂວັນໃຫ້ແກ່ຄູອາຈານພະນັກງານ ພ້ອມດ້ວຍນ້ອງນັກສຶກສາທີ່ເຂົ້າຮ່ວມ ອາຈານ ລຳໄພ ຂຸນດາວົງ ຮອງອຳນວຍການ ວິທະຍາໄລ ລາວ-ທ໊ອບ ໄດ້ຂຶ້ນກ່າວເປີດພິທີ ແລະ ກ່າວອວຍໄຊໃຫ້ພອນແກ່ນັກສຶກສາໝົ້ດທຸກຄົນ ຈົ່ງມີສຸຂະພາບແຂງແຮງ ເປັນນັກສຶກສາທີ່ດີຂອງອາຈານ ເປັນລູກທີ່ດີຂອງພໍ່ແມ່ ເປັນກຳລັງທີ່ດີຂອງປະເທດຊາດ ແລະ ຮ່ວມກັນຫຼິນບຸນປີໃໝ່ຢ່າງມ່ວນຊື່ນໂດຍປາສະຈາກອຸປະຕິເຫດ ແລະ ເຫດຮ້າຍຕ່າງໆ ສຸດທ້າຍນີ້ກໍຂໍຝາກອອຍມາຍັງບັນດາຄູອາຈານ ພະນັກງານ ນັກສຶກສາ ທຸກໆຄົນວ່າ ປີໃໝ່ຟ້າໃໝ່ແລ້ວ ຂໍໃຫ້ນັກສຶກສາໝົດທຸກຜູ້ທຸກຄົນ ຈົ່ງພົບແຕ່ຄວາມສຸກ ຄວາມຈະເລີນຮຸ່ງເຮືອງ ສຸຂະພາບເຂັ້ມແຂງ…

read more