ກອງປະຊຸມຊາວໜຸ່ມຮາກຖານ ວິທະຍາໄລ ລາວ-ທ໊ອບ

 

ໃນວັນທີ 2 ຕຸລາ 2015 ເວລາ 10:30 ເຊົ້າ, ວິທະຍາໄລ ລາວ-ທ໊ອບ ໄດ້ຈັດກອງປະຊຸມຄະນະຊາວໜຸ່ມຮາກຖານ ເພື່ອເຜີຍແຜ່ບັນດາກົດລະບຽບ ສະບັບປີ 2011 ໃຫ້ແກ່ສະມາຊິກຊາວໜຸ່ມໃໝ່ ແລະ ຜູ້ທີ່ຍົກຍ້າຍມາຈາກສະຖາບັນອື່ນໆ.

ໃນກອງປະຊຸມ ຍັງໄດ້ຮັບກຽດຈາກ ທ່ານ ລຳໄພ ຂຸນດາວົງ ຮອງອຳນວຍການ ວິທະຍາໄລ ລາວ-ທ໊ອບ ຂຶ້ນກ່າວເປີດພິທີ, ຈຸດປະສົງກອງປະຊຸມ ແລະ ໃຫ້ຄຳໂອວາດແກ່ສະມາຊິກຊາວໜຸ່ມໃນຂົງເຂດວິທະຍາໄລ.

ຈຸດປະສົງຂອງກອງປະຊຸມແມ່ນເພື່ອ ແຕ່ງຕັ້ງຮອງເລຂາຊາວໜຸ່ມຮາກຖານຄົນໃໝ່ ເຊິ່ງແມ່ນ ສະຫາຍ ວິໄລສັກ ຂັນຕິວົງ ເປັນຮອງເລຂາຊາວໜຸ່ມຮາກຖານຜູ້ໃໝ່

ຈາກນັ້ນ ສະຫາຍ ບຸນກອງ ຈອມມະນີວົງ ໄດ້ຂຶ້ນເຜີຍແຜ່ກົດລະບຽບຊາວໜຸ່ມປະຊາຊົນ ປະຕິວັດລາວ ສະບັບປີ 2011 ເຊິ່ງລວມມີ 5 ໝວດ ມີດັ່ງນີ້

       ໝວດທີ 1: ທີ່ຕັ້ງ, ພາລະບົດບາດ, ຫຼັກການກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງ ຄຊປປລ (ໜ້າທີ 3)

       ໝວດທີ 2: ສະມາຊິກ ຊປປລ (ໜ້າທີ 8)

       ໝວດທີ 9: ການຍ້ອງຍໍ ແລະ ການປະຕິບັດວິໄນ (ໜ້າທີ 60)

       ໝວດທີ 10: ການເງິນ ແລະ ງົບປະມານ (ໜ້າທີ 65)

       ໝວດທີ 11: ວັນສ້າງຕັ້ງ, ເຄື່ອງໝາຍ, ແລະ ເຄື່ອງແບບ ແລະ ກາປະທັບ (ໜ້າທີ 69)

ບັນດາລະບຽບດັ່ງກ່າວແມ່ນຄັດມາຈາກປຶ້ມກົດລະບຽບຂອງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ສະບັບປີ 2011

 

ວິທະຍາໄລ ລາວ-ທ໊ອບໄດ້ຈັດຕັ້ງຄະນະຊາວໜຸ່ມຮາກຖານຢ່າງເປັນທາງການຂຶ້ນເມື່ອວັນທີ 24/7/2015 ໂດຍທີ ສະຫາຍ ບຸນກອງ ຈອມມະນີວົງ ເປັນເລຂາຄະນະຊາວໜຸ່ມຮາກຖານປະຈຳວິທະຍາໄລ ໂດຍທ່ານໄດ້ແຕ່ງຕັ້ງຄະນະດັ່ງນີ້:

       ສະຫາຍ ວິໄລສັກ ຂັນຕິວົງ ຮອງເລາຂາ

       ສະຫາຍ ພັນທະວິໄລ ນວນຫຸ່ນ ຄະນະເລຂາ

       ສະຫາຍ ສົມປະສົງ ວົງຖາວອນ ຄະນະເລຂາ

       ສະຫາຍ ກຽດຕິພູມ ພານຸວົງ ຄະນະເລຂາ

ປະຈຸບັນສະມາຊິຊາວໜຸ່ມໃນຂົງເຂດວິທະຍາໄລ ມີ 30 ຄົນ ເປັນຍິງ 12 ຄົນ

Leave a Reply

Your email address will not be published. Required fields are marked *