ໂລກເຮົາມີການປ່ຽນແປງຢ່າງໄວວາ ຕ້ອງປະສົບກັບບັນຫາຕ່າງໆທີ່ຖັບຖົມເຂົ້າມາໃນຊີວິດ ເລີຍເຮັດໃຫ້ເຮົາຫຼຸດໂຟກັສຈາກສິ່ງທີ່ເຮົາສົນໃຈ.
ຄູສອນທຸກຄົນພະຍາຍາມບອກນັກສຶກສາສະເໝີວ່າ ພວກເຈົ້າຕ້ອງເປັນຄົນທີ່ຊອກຮູ້ດ້ວຍຕົນເອງ ໝັ່ນຫາຄວາມຮູ້ໃໝ່ໆ
ຟັງເບິ່ງ ອາດເປັນເລື່ອງງ່າຍ ແຕ່ມີຄູສ່ວນໜ້ອຍທີ່ຈະມີ Empathy ພຽງພໍທີ່ຈະເຂົ້າໃຈວ່າ ຜູ້ຮຽນບາງຄົນບໍ່ສາມາດ ຊອກຮູ້ ຫຼື ຮຽນຮູ້ດ້ວຍຕົນເອງ ຜູ້ຮຽນບໍ່ຮູ້ດ້ວຍຊໍ້າວ່າ ການຮຽນດ້ວຍຕົນເອງນັ້ນ ມີວິທີຄືແນວໃດ.
ອາດຈະດ້ວຍຫຼາຍປັດໄຈ ທັງເລື່ອງຂອງເວລາ, ເສດຖະກິດ, ການລ້ຽງດູ ແລະ ຄວາມສາມາດຮັບຮູ້ຂອງຜູ້ກ່ຽວເອງ ເປັນປັດໄຈ ທີ່ເຮັດໃຫ້ບໍ່ຢາກຮຽນຮູ້ສິ່ງໃໝ່ ໂດຍສະເພາະນັກສຶກສາທີ່ມາຈາກຕ່າງແຂວງ ທີ່ບໍ່ຄ່ອຍໄດ້ຮັບໂອກາດ.
ສຳລັບເທັກນິກໃນການປ່ຽນໂຕເອງນັ້ນໄດ້ແບ່ງອອກເປັນ 5 ຂັ້ນຕອນງ່າຍໆຄື
- ມີໝູ່ທີ່ເປັນຄົນມັກຮຽນຮູ້
- ມີສະຕິຢາກຮຽນຮູ້ຕະຫຼອດເວລາ
- ມີລາຍການສິ່ງທີ່ຕ້ອງເຮັດ
- ມີເປົ້າໝາຍທີ່ຊັດເຈນ
- ມີການແປ່ງປັນຄວາມຮູ້ໃຫ້ຜູ້ອື່ນ
1. ມີໝູ່ທີ່ເປັນຄົນມັກຮຽນຮູ້: ບໍ່ຈຳເປັນວ່າຕ້ອງເປັນໝູ່ທີ່ຮຽນເກັ່ງສະເໝີໄປ ຫຼື ບໍ່ຕ້ອງຊວນກັນຮຽນຕະຫຼອດເວລາ ແຕ່ຕ້ອງເປັນຄົນມີຄວາມໄຝ່ຮູ້ຫາ ຊອກຫາສິ່ງໃໝ່ໆ ເປັນຄົນທີ່ກ້າລອງຜິດລອງຖືກ. ເຈົ້າມີໝູ່ແບບນັ້ນຢູ່ບໍ່? ຖ້າມີ ກໍຈົ່ງຢູ່ຕິດກັບເຂົາໄວ້ ຮຽນຮູ້ວິທີການດຳລົງຊີວິດຂອງເຂົາ ແບບແຜນຂອງເຂົາ.
ນອກນັ້ນກໍອາດຈະພາໂຕເອງເຂົ້າຮ່ວມງານອາສາ, ງານສຳມະນາ ຫຼື ງານປະຊຸມຕ່າງໆທີ່ມີແຕ່ຄົນເກັ່ງ ໃນນີ້ລວມໄປເຖິງກິດຈະກຳ ທີ່ທາງສະຖານສຶກສາໄດ້ຈັດຂຶ້ນ ກໍສາມາດເຮັດໃຫ້ເຮົາເຫັນຄົນເກັ່ງໆໄດ້.
ເຊັ່ນ ໂຮງຮຽນມີການແຂ່ງຂັນສີລະປະ ເຮົາຈະກໍເຫັນຄົນທີ່ເກັ່ງສີລະປະມາແຂ່ງ, ມີການແຂ່ງເຕະບານ ກໍຈະມີຄົນເກັ່ງເຕະບານ, ມີການແຂ່ງອອກແບບແອັບ ກໍຈະເຫັນຄົນເກັ່ງດ້ານການອອກແບບ. ເຫັນບໍ່ວ່າເຮົາມີແຕ່ຄົນເກັ່ງອ້ອມຂ້າງເຮົາ ເຮົາເອງກໍສວຍໃຊ້ໂອກາດນີ້ ໄປຮຽນຮູ້ນຳເຂົາ ເພື່ອເປັນການແຮງບັນດານໃຈເຮົາໃຫ້ກາຍເປັນຄົນມັກຮຽນຮູ້.

2. ມີສະຕິຢາກຮຽນຮູ້ຕະຫຼອດເວລາ: ການທີ່ເຮົາມີທັດສະນະຄະຕິ ແລະ ມີສະຕິທີ່ຢາກຮຽນຮູ້ນັ້ນ ເຮັດໃຫ້ເຮົາມອງເຫັນໂອກາດໃນທຸກໆເລື່ອງ ຖ້າເຮົາຫັນໄປຖາມໝູ່ທີ່ເກັ່ງເລື່ອງໂປຣແກຣມມິ້ງ ເຂົາກໍຈະມີແນວໃໝ່ໆມາເລົ່າໃຫ້ເຮົາຟັງຕະຫຼອດ. ຖ້າຖາມເຖິງຄຳສັບພາສາອັງກິດ ນຳຄົນທີ່ຮຽນພາສາອັງກິດ ເຂົາກໍຈະອະທິບາຍຄຳສັບໃໝ່ ໃຫ້ເຮົາໄດ້ຮັບຮູ້.
ມັນຈະດີພຽງໃດ ຖ້າເຮົາມີແນວຄວາມຄິດຊອກຮູ້ຊອກເຫັນ ຫຼື ໄຝ່ຮູ້. ບັນຄູອາຈານ ກໍພ້ອມທີ່ສະໜັບສະໜູນ ກະຕຸ້ນໃຫ້ເກີດການຖາມຕອບໃນຫ້ອງຮຽນ ເພື່ອໃຫ້ເກີດຄວາມຮູ້ໃໝ່ໆຂຶ້ນມາ.
ຕົນເອງກໍຕ້ອງພ້ອມທີ່ຈະຮຽນຮູ້ສິ່ງໃໝ່ໆ ຊອກຮຽນເພີ່ມເຊັ່ນວິຊາຄອມພິວເຕີ ຫຼື ອື່ນໆທີ່ຈຳເປັນ

3. ມີລາຍການສິ່ງທີ່ຕ້ອງເຮັດ: ການສ້າງ Task list ເປັນສິ່ງທີ່ຈຳເປັນ ໂດຍສະເພາະນັກສຶກສາທີ່ຮຽນ 2 ສາຂາ ຫຼື ນັກສຶກສາທີ່ກຳລັງເຮັດວຽກໄປນຳ ຮຽນໄປນຳ. ເພາະເຮົາຕ້ອງມີແບບແຜນປະຕິບັດວຽກງານ ວ່າແຕ່ລະມື້ເຮົາຈະເຮັດຫຍັງແດ່ ຄ້າຍໆກັບຕາຕະລາງຮຽນຂອງເຮົາ.
ມີແອັບຫຼາຍແອັບ ທີ່ຈະຊ່ວຍຈັດການເລື່ອງພວກນີ້ໃຫ້ເຮົາ ຕັ້ງແຕ່ແອັບປະຕິທິນທົ່ວໄປ ທີ່ເຮັດໃຫ້ເຮົາສາມາດໂນ໊ດບັນທຶກວຽກງານຂອງແຕ່ລະມື້ ວ່າຈະເຮັດຫຍັງແດ່. ລວມໄປເຖິງແອັບພວກທີ່ໃຊ້ຈັດການວຽກງານເຊັ່ນ Task, Google keep, Evernote ແລະ ອີກຫຼາກຫຼາຍ. ເຮົາເອງໃນຖານະນັກສຶກສາລຸ້ນໃໝ່ ກໍຄວນຮູ້ວິທີນຳໃຊ້ເທັກໂນໂລຊີ ໃນໂທລະສັບ Smartphone ໃຫ້ເກີດປະໂຫຍດສູງສຸດ.

4. ມີເປົ້າໝາຍທີ່ຊັດເຈນ: ການມີເປົ້າໝາຍນີ້ ອາດຈະບໍ່ຈຳເປັນຕ້ອງແມ່ນເປົ້າໝາຍຊີວິດ ແຕ່ແມ່ນເປົ້າໝາຍໄລຍະສັ້ນ ແລະ ບໍ່ຍາກຫຼາຍ ເພື່ອໃຫ້ເຮົາສາມາດພິຊິດເປົ້າໝາຍນັ້ນໄດ້ໃນເວລາອັນສັ້ນ ແລະ ງ່າຍ ເກີດເປັນ Small win ຫຼື ການປະສົບຜົນສຳເລັດແບບເລັກໆນ້ອຍໆ ກາຍເປັນແຮງຈູງໃຈ ເຮັດໃຫ້ເຮົາພິຊິດເປົ້າໝາຍທີ່ໃຫຍ່ຂຶ້ນ.
ເປົ້າໝາຍທີ່ຊັດເຈນ ອາດເປັນຜົນການຮຽນ ທີ່ຕັ້ງໄວ້ໃຫ້ໄດ້ຜົນທີ່ດີ ເອົາໄປອວດກັບພໍ່ແມ່ໄດ້ ເຊິ່ງກ່ອນຈະຮອດຈຸດນັ້ນໄດ້ ເຮົາຕ້ອງມີເປົ້າໝາຍຍ່ອຍລົງມາ ເຊັ່ນ: ຈະຕ້ອງແກ້ວຽກບ້ານໃຫ້ແລ້ວ, ຈະມາໂຮງຮຽນບໍ່ຂາດ, ຈະເຂົ້າຮ່ວມງານສຳມະນາທີ່ກ່ຽວຂ້ອງກັບວິຊາຮຽນ, ຈະຊ່ວຍອະທິບາຍບົດຮຽນນີ້ໃຫ້ຜູ້ທີ່ອ່ອນກວ່າ. ທັງໝົດນັ້ນເມື່ອລວມກັນ ກໍຈະສົ່ງເຮັດໃຫ້ຜົນການຮຽນຂອງເຮົາດີຂຶ້ນ.
ການຕັ້ງເປົ້າໝາຍທີ່ດີຕ້ອງ SMART
S – Specific = ເປົ້າຕ້ອງຊັດເຈັນ
M – Measurable = ເປົ້າຕ້ອງວັດຜົນໄດ້
A – Action-orientated = ເປົ້າຕ້ອງລະບຸເລີຍວ່າຈະເຮັດຫຍັງ
R – Realistic = ເປົ້າຕ້ອງຢູ່ໃນຄວາມເປັນຈິງ
T – Time-defined = ເປົ້າໝາຍທີ່ດີຕ້ອງມີກຳນົດການ

5. ມີການແບ່ງປັນຄວາມຮູ້ໃຫ້ຜູ້ອື່ນ: ຈາກກົດຂອງ ປີຣາມິດ ແຫ່ງການຮຽນຮູ້ບອກວ່າ ການທີ່ເຮົາຟັງຢ່າງດຽວ ເຮົາຈະຮຽນຮູ້ໄດ້ພຽງ 5% ແຕ່ຖ້າເຮົາເອົາຄວາມຮູ້ນັ້ນໄປສອນ ເຮົາຈະຮຽນຮູ້ເພີ່ມຕື່ມເປັນ 90%. ການທີ່ເຮົາໄດ້ຮຽນຮູ້ສິ່ງໃໝ່ ແລ້ວນຳໄປບອກຕໍ່ ຈະເກີດຄວາມເຂົ້າໃຈໃນສິ່ງນັ້ນເພີ່ມຂຶ້ນ ເຊິ່ງຈະພົບກັບບັນຫາທີ່ມາຈາກມຸມມອງທີ່ແຕກຕ່າງກັນ.
ການລົງໄປສອນຄົນອື່ນ ກໍລັກສະນະດຽວກັນກັບທີ່ເຮົາລົງມືປະຕິບັດ ມັນຈະເກີດຂະບວນການຮຽນຮູ້ໃໝ່ໆ ມຸມມອງໃໝ່ໆ ເຝິກໃຫ້ເຮົາເປັນຄົນທີ່ສາມາດສື່ສານໄດ້ດີຍິ່ງຂຶ້ນ.
ດັ່ງທີ່ Albert Einstein ໄດ້ກ່າວໄວ້ວ່າ ຖ້າເຈົ້າບໍ່ສາມາດອະທິບາຍໃຫ້ຄົນອື່ນເຂົ້າໃຈ ກໍໝາຍຄວາມວ່າເຈົ້າຍັງບໍ່ທັນເຂົ້າໃຈ.

ດ້ວຍຄວາມໄວຂອງການປ່ຽນແປງພາຍນອກ ນັກສຶກສາເອງກໍຕ້ອງປັບປຸງປ່ຽນແປງໂຕເອງຕະຫຼອດເວລາ ການຮຽນຮູ້ສິ່ງໃໝ່ ຈຶ່ງເປັນເລື່ອງທີ່ຈຳເປັນ ເຮັດໃຫ້ເຮົາທັນກະແສ ບໍ່ຕົກຍຸກ ແລະ ທີ່ສຳຄັນ ບໍ່ຕົກງານ.
ເຈົ້າພ້ອມທີ່ຈະປ່ຽນໂຕເອງ ຫຼື ຍັງ? ສາມາດມາຮຽນຮູ້ໄດ້ທີ່ ວິທະຍາໄລ ລາວ-ທ໊ອບ
ຂໍ້ມູນອ້າງອີງ
https://missiontothemoon.co/how-we-can-become-lifelong-learning/
https://missiontothemoon.co/how-to-learn-new-things-every-day/
https://www.prodigygame.com/main-en/blog/growth-mindset-in-students
https://biglifejournal.com/blogs/blog/teach-growth-mindset-kids-activities