ສະບາຍດີປີໃໝ່ ພ.ສ 2560

ຜ່ານໄປແລ້ວກັບກັບງານກຸດສົງການ ປີໃໝ່ລາວ ເຊິ່ງໃນປີນີ້ ວິທະຍາໄລ ລາວ-ທ໊ອບ ກໍໄດ້ຈັດງານລ້ຽງສະຫຼອງຄືດັ່ງກັບທຸກໆປີ ແຕ່ມີສິ່ງທີ່ພິເສດກໍຄື ເປັນງານໂຮມຊຸມນຸມອາດິດນັກສຶກສາ ທີ່ຮຽນຈົບໄປແລ້ວ  ເຊິ່ງມີນັກສຶກສາມາຮ່ວມງານຢ່າໜາຕາດັ່ງເຊັ່ນທຸກໆປີ.

ພິທີບາຍສີສູ່ຂວັນ ເພື່ອອວຍພອນໄຊໃຫ້ແກ່ທຸກໆຄົນ

ເຊິ່ງໃນງານກໍເຕັມໄປດ້ວຍບັນຍາກາດມ່ວນຊື່ ແລະ ອົບອຸ່ນເປັນກັນເອງ ມີທັງຄະນະອຳນວຍການ, ຄະນະບໍລິຫານ ຕະຫຼອດເຖິງອາຈານແຕ່ລະສາຂາວິຊາກໍເຂົ້າຮ່ວມ. ມີທັງພິທີບາຍສີສູ່ຂວັນ.

ທ່ານ ອາຈານ ລຳໄພ ຂຸນດາວົງ ອຳນວຍການ ວິທະຍາໄລ ລາວ-ທ໊ອບ ກໍໄດ້ໃຫ້ກຽດຂຶ້ນອວຍພອນໄຊໃຫ້ແກ່ຄູອາຈານ ຕະຫຼອດເຖິງນັກສຶກສາທຸກໆສາຂາ ໃຫ້ມີຄວາມສຸກກາຍ ສະບາຍໃຈ ພົ້ນໄພອັນຕະລາຍທັງປວງ ແລະ ຫຼິ້ນປີໃໝ່ກັນຢ່າງປອດໄພ ຖືກກັບຮີດຄອງປະເພນີອັນດີງາມ.

ທ່ານ ອາຈານ ລຳໄພ ຂຸນດາວົງ ຂຶ້ນກ່າວອວຍພອນໄຊ

ພາບບັນຍາກາດບາງສ່ວນໃນງານລ້ຽງ

ທີມງານສີລະປະຟອນສະແດງໃນບົດເພງ ສາວເຂັນຝ້າຍ

ນັກສຶກສາປີສາມພາກຄໍ່າກຳລັງມ່ວນຊື່ນ

ກຸ່ມອາດີດນັກສຶກສາວິທະຍາໄລ ລາວ-ທ໊ອບ ທັງພາສາອັງກິດ, ໄອທີ, ແລະ ຄອມພິວເຕີທຸລະກິດ

ເບິ່ງຕື່ມໄດ້ທີ່ເພຈ Facebook.com/laotop

Leave a Reply

Your email address will not be published. Required fields are marked *