ໃນວັນທີ 19-02-2012 ເວລາ 14:00 ທີ່ຜ່ານມາທີ່ເດີ່ນເຈົ້າອານຸວົງ ໄດ້ມີການພົບກັນລະວ່າງ ວິທະຍາໄລ ລາວທ໊ອບ ແລະ ວິທະຍາໄລ ຊັບພະວິຊາ. ນຳໜ້າເປີດເກມໂດຍວິທະຍາໄລ ຊັບພະວິຊາ ເຊິ່ງຮູບເກມກໍຂ້ອນຂ້າງທີ່ຈະເທົ່າໆກັນ ປ່ຽນກັນຮັບ ປ່ຽນກັນບຸກ ຈົນມາຮອດນາທີ 39“ ວິທະຍາໄລ ຊັບພະວິຊາກໍໄດ້ປະຕູຂຶ້ນນຳໄປກ່ອນ ໂດຍການຍິງຂອງ ໝາຍເລກ 10 ພອນປະສິດ. ຈາກນັ້ນວິທະຍາໄລ ລາວທ໊ອບກໍໂຫມບຸກ ແລະ ຖືກໂຕ້ກັບຈົນເກືອບເສຍປະຕູອີກຄັ້ງໜຶ່ງ ແຕ່ວ່າການບຸກຢ່າງຕໍ່ເນື່ອງກໍສົ່ງຜົນຈົນໄດ້ປະຕູຕີໄຂ່ແຕກໃນນາທີ 48“ ໂດຍໝາຍເລກ12 ອານິກອນ. ຈົບເກມໃນເຄິ່ງເວລາທຳອິດ ສະເໝີກັນ 1-1. ໃນເຄິ່ງເວລາທີສອງ ຮູບເກມກໍຍັງເປັນແບບເກົ່າຄືປ່ຽນກັນຮັບປ່ຽນກັນບຸກຢ່າງຕໍ່ເນື່ອງ ແຕ່ວ່າໃນຊ່ວງກາງຂອງເຄິ່ງເວລາທີ່ສອງແມ່ນວິທະຍາໄລ ຊັບພະວິຊາໂຫມບຸກຢ່າງໜັກ ແຕ່ກໍຖືກທາງວິທະຍາໄລ ລາວທ໊ອບໂຕ້ກັບໄວຈົນເກືອບໄດ້ປະຕູໄປຫຼາຍເທື່ອ.  …

read more

ໃນວັນທີ 8-4-2011 ທີ່ຜ່ານມາໄດ້ມີການຈັດງານລ້ຽງເພື່ອສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ທີ່ວິທະຍາໄລ ລາວ-ທ໊ອບ. ເຊິ່ງມີນັກສຶກສາເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ. ງານໄດ້ເລີ່ມຂຶ້ນເມື່ອເວລາ 10:30 ເຊິ່ງເປັນການບາສີສູ່ຂວັນ ຕໍ່ດ້ວຍການຮັບປະທານອາຫານທ່ຽງ ສຸດທ້າຍນີ້ກໍຂໍໃຫ້ພອນໄຊອັນປະເສີດຈົ່ງຢູ່ກັບທ່ານຕະຫຼອດໄປ ສິ່ງທີ່ບໍ່ດີໃຫ້ຫາຍໄປກັບປີເກົ່າ ປີໃໝ່ຈົ່ງພົບແຕ່ສິ່ງດີໆໃໝ່ຕະຫຼອດ ຂໍໃຫ້ທ່ານມີອາຍຸຍືນຍາວ ສຸຂະພາບແຂງແຮງ ຄວາມເຈັບຢ່າໃຫ້ໄດ້ ຄວາມໄຂ້ຢ່າໃຫ້ມີ ສາທຸ…

read more

ໃນວັນທີ 26/2/2011 ທີ່ຜ່ານມາໄດ້ມີການບານມິດຕະພາບລະຫວ່າງ ວິທະຍາໄລ ລາວທ໊ອບ VS. ນັກສຶກສາຊັບພະຍາກອນນ້ຳ . ການແຂ່ງຂັນໄດ້ເລີ່ມຂຶ້ນເວລາ 10:00. ເຊິ່ງຜົນກໍຄື ວິທະຍາໄລ ລາວທ໊ອບ ເອົາຊະນະໄປ 4-2 ເຖິງແນວໃດກໍຕາມ ການແຂ່ງຂັນຄັ້ງນີ້ກໍເປັນພຽງການແຂ່ງຂັນມິດຕະພາບລະຫວ່າງນັກສຶກສາຂອງລາວທ໊ອບ ແລະ ນັກສຶກສາຊັບພະຍາກອນນ້ຳ ເຊິ່ງເປັນການສ້າງສາຍສຳພັນອັນແໜ້ນແຟ້ນຂອງນັກສຶກສາທັງສອງສະຖາບັນ.     ອາກາດດີ ແດດບໍ່ມີ ຟ້າບໍ່ບົດຫຼາຍຈົນເກີນໄປ     ຜູ້ຈັດການທີມກຳລັງຄິດວາງແຜນໂຕ້ກັບໄວ     ຖ່າຍຮູບມິດຕະພາບນຳກັນ     ພາບບັນຍາກາດການແຂ່ງຂັນ     ກຳລັງໃຊ້ໄຫວພິບທຸກຢ່າງເຂົ້າໃນເກມການແຂ່ງຂັນ     ການແຂ່ງຂັນຄັ້ງນີ້ນຳທີມໂດຍອາຈານ ແຊມ ແລະ…

read more

ໃນທີສຸດ ວິທະຍາໄລ ລາວ-ທ໊ອບກໍ່ສຳເລັດຜົນໃນການກໍ່ສ້າງອາຄານຫຼັງໃໝ່, ທັງອາຈານ ແລະ ນັກສຶກສາໃນລາວ-ທ໊ອບກໍຄືນັກສຶກສາທົ່ວໄປຕ່າງກໍ່ມີຄວາມສຸກທີ່ໄດ້ເຫັນຜົນສຳເລັດໃນການກໍ່ສ້າງວິທະຍາໄລ ລາວ-ທ໊ອບ. ພວກເຮົາຈະໄດ້ຈັດພິທີເປີດຢ່າງເປັນທາງການໃນວັນທີ 03/04/2010 ເຊິ່ງກົງກັບວັນເສົາ. ດັ່ງນັ້ນຈຶ່ງຂໍເຊີນ ນັກຮຽນວິທະຍາໄລ ລາວ-ທ໊ອບທຸກພາກວິຊາມາຮ່ວມກັນໃນເວລາ 17:30 ໂມງ. ເຮົາມາເບິ່ງກັນວ່າຕັ້ງແຕ່ເລີ່ມໂຄງການມາຈົນເຖິງປະຈຸບັນນີ້ເປັນແນວໃດ       ຈາກທີ່ເປັນດິນເປົ່າວ່າງ ແລະ ຮົກຮ້າງ   ເລີ່ມມີການກໍ່ສ້າງ ສ້າງຂອບເຂດກຳແພງ   ການກໍ່ສ້າງຮາກຖານຂອງວິທະຍາໄລ ລາວ-ທ໊ອບ   ການຕັ້ງເສົາເຂັມ, ທາງວິທະຍາໄລ ກໍ່ໄດ້ນິມົນພຣະມາສວດເພື່ອເປັນສີຣີມົງຄຸນ   ສຳເລັດການສ້າງຮາກຖານຂອງວິທະຍາໄລ ລາວ-ທ໊ອບ ແລະແລ້ວ ເຮົາກໍ່ເຫັນຊັ້ນທຳອິດຂອງອາຄານຂອງພວກເຮົາ   ຕໍ່ດ້ວຍຊັ້ນສອງ ເຊິ່ງກຳລັງຈະສ້າງຊັ້ນທີສາມ   ຊັ້ນສີ່…

read more

ປະຫວັດຄວາມເປັນມາ ວິທະຍາໄລລາວ-ທ໊ອບ ແມ່ນວິທະຍາໄລແຫ່ງໜຶ່ງທີ່ກໍ່ຕັ້ງຂຶ້ນເມື່ອວັນທີ 15/08/2007. ເພື່ອເຮັດໃຫ້ການສຶກສາຢູ່ລາວໄດ້ຂະຫຍາຍຕົວ ແລະ ທັນສະໄໝຍິ່ງຂຶ້ນໃນອານາຄົດ ໂຮງຮຽນພວກເຮົາຈຶ່ງໄດ້ໃຊ້ລະບົບການສຶກສາທີ່ທັນສະໄໝ ເຊິ່ງເປັນທີ່ຍອມຮັບໃນປະເທດເກົາຫຼີເຂົ້າມາສິດສອນ, ອາຈານໝົດທຸກຄົນບໍ່ວ່າຈະເປັນຄົນລາວ ຫຼື ຄົນຕ່າງປະເທດກໍ່ລ້ວນແຕ່ມີປະສົບການໃນການສອນມາເປັນເວລາ ນານເນື່ອງຈາກວ່າການສຶກສາແມ່ນເປັນພື້ນຖານທີ່ສຳຄັນອັນໜຶ່ງໃນວຽກງານການພັດທະນາຊັບພະຍາກອນມະນຸດໃນ ສ.ປ.ປ.ລາວ ໃຫ້ການເປັນນັກວິຊາການທີ່ມີຄວາມ ຮູ້ ຄວາມສາມາດ ແລະ ວິຊາຊີບ, ມີຈາລິຍະທຳ ແລະ ຄຸນະທຳ ມີຄວາມກະຕັນຍູ ຂະຫຍັນໝັ່ນພຽນ ຊື່ສັດ ອົດທົນ ເສຍສະຫຼະເພື່ອຜົນປະໂຫຍດສ່ວນລວມ ແລະ ເປັນຜູ້ສືບທອດພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ. ຈຸດປະສົງ ສ້າງນັກສຶກສາໃຫ້ມີຄວາມຮູ້ພື້ນຖານດ້ານພາສາອັງກິດ, ພາສາຈີນ, ແລະ ຄອມພິວເຕີ້ ຈົນສາມາດໃຊ້ງານກັບຊີວິດຕົວຈິງ, ປະກອບອາຊີບ, ຕິດຕໍ່ພົວພັນກັບ ອົງການຈັດຕັ້ງຕ່າງໆທັງພາຍໃນ ແລະ ຕ່າງປະເທດ….

read more

  ຮຽນຮູ້ນຳຄົນເກົາຫຼີໂດຍກົງ ເມື່ອຈົບແລ້ວສາມາດສົນທະນາເປັນເລີຍທັນທີ. ມີອຸປະກອນທີ່ທັນສະໄໝໃນການຮຽນ ພ້ອມທັງກິດຈະກຳຕ່າງໆທີ່ມ່ວນຊື່ນ ແລະ ໃຊ້ທັກສະພາສາເກົາຫຼີ ນັກຮຽນ ນັກສຶກສາ ສາມັນຊົນ ພະນັກງານ ເຈົ້າໜ້າທີ່ຕ່າງໆ   Term Course Term 1 Reading (Basic) Speaking (Basic) Writing (Basic) Term 2 Reading (Advance) Speaking (Advance) AV* Writing (Advance)   ຮຽນວັນຈັນ ຫາ ວັນສຸກ ນັກຮຽນຈະໄດ້ຮຽນ ກັບ ອາຈານທີ່ເປັນເຈົ້າຂອງພາສາ

read more

   ວິທະຍາໄລ ລາວ-ທ໊ອບ Lao-Top College    ຫຼັກສູດປະກາສະນີຍະບັດDiploma Course ຫຼັກສູດເຝິກອົບຮົມTraining Courses ຫຼັກສູດພາສາອັງກິດHigher Diploma of English ຫຼັກສູດເຊື່ອມຕໍ່ປະລິນຍາຕພາສາອັງກິດConnecting for Bachelor of Arts (English) ຫຼັກສູດຊັ້ນສູງຄອມພິວເຕີທຸລະກິດHigher Diploma of IT for Business ຫຼັກສູດຊັ້ນສູງບໍລິຫານທຸລະກິດHigher Diploma of Business Administration ຫຼັກສູດຊັ້ນສູງການເງິນ& ການບັນຊີHigher Diploma of Financial & Accounting ຫຼັກສູດວິສະວະກຳຄອມພິວເຕີHigher Diploma of Information…

read more

ການເຂົ້າ-ອອກວິທະຍາໄລ ເວລາມາໂຮງຮຽນ ບໍ່ວ່າຈະເປັນນັກສຶກສາພາກເຊົ້າ ແລະ ພາກບ່າຍ ແມ່ນນຳລົດຈັກຈອດດ້ານຫຼັງຂອງໂຮງຮຽນ. ສ່ວນພາກຄ່ຳແມ່ນໃຫ້ຈອດລົດໃຫຍ່ດ້ານຫຼັງ, ລົດຈັກຈອດດ້ານໜ້າກໍ່ໄດ້, ຖ້າຫາກດ້ານໜ້າເຕັມກໍ່ຈອດຢູ່ດ້ານຫຼັງ. ກ່ອນຈະຂຶ້ນຫ້ອງຕ້ອງທຳການແຈ້ງບາໂຄດຢູ່ເຄົາເຕີ້ທຸກໆຄັ້ງ. ຖ້າບໍ່ແຈ້ງກໍ່ຖືວ່າຂາດຮຽນ. ຖ້ານັກຮຽນຂາດກາຍ 1 ອາທິດຂຶ້ນໄປຕ້ອງຂຽນໃບລາພັກ, ບໍ່ດັ່ງນັ້ນຈະບໍ່ມີສິດເສັງ. ຂາດຮຽນໜຶ່ງເດືອນແມ່ນບໍ່ມີສິດສອບເສັງ. ຫ້າມນັກສຶກສາພາໝູ່ເພື່ອນທີ່ບໍ່ແມ່ນນັກສຶກສາຂອງວິທະຍາໄລ ລາວ-ທ໊ອບ ເຂົ້າມາໂຮງຮຽນ ຫຼື ເຂົ້າຫ້ອງຮຽນຫາກບໍ່ຈຳເປັນ. ການນຸ່ງຖື ນັກສຶກສາຕ້ອງນຸ່ງເສື້ອຂາວ, ໂສ້ງສີດຳ ຫຼື ສີຟ້າ, ສິ້ນສີດຳ ຫຼື ສີຟ້າ. ມັດກາລະວັດ, ຫ້ອຍບັດປະຈຳຕົວ ແລະ ຕິດກາຂອງໂຮງຮຽນ. ຫ້າມໃສ່ເກີບຄີບ ຫຼື ໂສ້ງ ຢີນມາໂຮງຮຽນ. ສຳລັບພະນັກງານ ສາມາດໃສ່ຊຸດຂອງອົງກອນທີ່ຕົນສັງກັດຢູ່ໄດ້, ແຕ່ຕ້ອງມັດກາລະວັດ, ຫ້ອຍບັດປະຈຳຕົວ ແລະ…

read more

ຫຼັກສູດ ຊັ້ນສູງ ບໍລິຫານທຸລະກິດ / Higher Diploma of Business Administration ການຮຽນ ຜູ້ຮຽນຈະໄດ້ພົບກັບອາຈານທີ່ປ່ຽມໄປດ້ວຍປະສົບການ ແລະ ຮຽນຮູ້ດ້ວຍເທັກໂນໂລຢີທີ່ທັນສະໄໝພ້ອມກັບການປະຕິບັດ ງານໂຕຈິງ. ຄວາມສາມາດທີ່ໄດ້ຫຼັງຈາກຮຽນຈົບ ທ່ານສາມາດ​ນຳ​ໃຊ້​ຄອມ​ພິວ​ເຕີ​ທົ່ວ​ໄປ ທ່ານ​ສາມາດ​ຮຽນຮູ້ພື້ນຖານ​ກ່ຽວກັບ​ກົດໝາຍ ການ​ເງິນ-​ການ​ບັນຊີ ທ່ານ​ສາມາດ​ຮຽນຮູ້​ເຖິງ​ການ​ວິ​ໄຈ​ບັນຊີ ທ່ານສາມາດ​ນຳ​ໃຊ້​ພາສາ​ອັງກິດ​ເຂົ້າ​ໃນ​ວຽກງານ   Year I Term 1 Term 2 Term 3 General English I Lao Economics History Introduction to Finance Business English I Organization…

read more

ຫຼັກສູດ ຊັ້ນສູງ ການເງິນ ແລະ ການບັນຊີ / Higher Diploma of Financial and Accounting ການຮຽນ ຜູ້ຮຽນຈະໄດ້ພົບກັບອາຈານທີ່ປ່ຽມໄປດ້ວຍປະສົບການ ແລະ ຮຽນຮູ້ດ້ວຍເທັກໂນໂລຢີທີ່ທັນສະໄໝພ້ອມກັບການປະຕິບັດ ງານໂຕຈິງ. ຄວາມສາມາດທີ່ໄດ້ຫຼັງຈາກຮຽນຈົບ ທ່ານສາມາດ​ນຳ​ໃຊ້​ຄອມ​ພິວ​ເຕີ​ທົ່ວ​ໄປ ທ່ານ​ສາມາດ​ຮຽນຮູ້ພື້ນຖານ​ກ່ຽວກັບ​ກົດໝາຍ ການ​ເງິນ-​ການ​ບັນຊີ ທ່ານ​ສາມາດ​ຮຽນຮູ້​ເຖິງ​ການ​ວິ​ໄຈ​ບັນຊີ ທ່ານສາມາດ​ນຳ​ໃຊ້​ພາສາ​ອັງກິດ​ເຂົ້າ​ໃນ​ວຽກງານ ວິຊາຮຽນ Year I Term 1 Term 2 Term 3 General English I Lao Economics History Microsotf office 2007 Basic…

read more