ຮຽນຮູ້ນຳອາຈານຄົນລາວທີ່ຈົບມາຈາກປະເທດຈີນໂດຍກົງ ເມື່ອຈົບແລ້ວສາມາດສົນທະນາເປັນເລີຍທັນທີ. ມີອຸປະກອນທີ່ທັນສະໄໝໃນການຮຽນ ພ້ອມທັງກິດຈະກຳຕ່າງໆທີ່ມ່ວນຊື່ນ ແລະ ໃຊ້ທັກສະພາສາຈີນຢ່າງເຕັມທີ່ ເໝາະກັບຜູ້ທີ່ຕ້ອງການໄປຮຽນຕໍ່ທີ່ປະເທດຈີນ   Term Course Term 1 Reading (Basic) Speaking (Basic) Writing (Basic) Term 2 Reading (Advance) Speaking (Advance) AV* Writing (Advance)   ຮຽນວັນຈັນ ຫາ ວັນພະຫັດ

read more

ຫຼັກສູດ ປະລິນຍາຕີ ພາສາອັງກິດ ການຮຽນ ຫຼັກສູດທີ່ຕັ້ງຂຶ້ນເປັນພິເສດ ແຕກຕ່າງຈາກວິທະຍາໄລ ອື່ນໆ ເນັ້ນທຸກຢ່າງ ບໍ່ວ່າຈະເປັນ ໄວຍະກອນ, ການຂຽນ, ການອ່ານ, ການຟັງ ຫຼື ການເວົ້າ. ນັກສຶກສາແຕ່ລະທ່ານຈະໄດ້ພົບກັບອາຈານຕ່າງປະເທດຕັ້ງແຕ່ປີກຽມ ຈົນຮອດປີສຸດທ້າຍ. ອາຈານແຕ່ລະທ່ານກໍມີປະສົບການສູງ ສາມາດຖ່າຍທອດຄວາມຮູ້ໄດ້ຢ່າງດີ. ນອກນີ້, ນັກສຶກສາຍັງຈະໄດ້ຮຽນວິຊາຄອມພິວເຕີນຳອີກ ພື້ນຖານຂອງຜູ້ສະໝັກຮຽນ ສຳລັບຜູ້ທີ່ສະໝັກຮຽນຕ້ອງແມ່ນຈົບມັດທະຍົມຕອນປາຍຂຶ້ນໄປ ວິຊາຮຽນ   ປີ I ເທີມ 1 ເທີມ 2 ເທີມ 3 General English Elementary 1 Intermediate English Grammar 1 Pronunciation…

read more

    ເພື່ອ​ເປັນ​ການ​ປະຕິບັດ​ຕາມ​ຫ້າ​ຫຼັກມູນ​ຂອງ​ການ​ສຶກສາກໍ​ຄື​ແຮງ​ງານ​ສຶກສາ ທີ​່ຂັ້ນ​ເທິງ​ໄດ້​ວາງ​ອອກ ຮັກສາ​ຄວາມ​ສະອາດ​ພາ​ຍ​ໃນຂົງ​ເຂດ ປຸກລະດົມ​ໃຫ້​ປະຊາຊົນ​ໃນ​ຂົງ​ເຂດ​ບໍ່​ຖິ້ມຂີ້​ເຫຍື້ອ​ຊະຊາຍ ​ເສີມ​ສ້າງ​ຄວາມ​ສາມັກຄີ​ລະ​ວ່າງ​ຄູອາຈານ ​ແລະ ນັກ​ສຶກສາ​ ​ເຊິ່ງ​ໃນ​ວັນ​ເສົາ ​ທີ 26/1/2013 ​ເວລາ 6:30 ​ເຊົ້າທີ່​ຜ່ານ​ມາ​ນັ້ນ ທາງ​ວິທະຍາ​ໄລ ລາວ-ທ໊ອບ​ ​ເຊິ່ງລວມມີ​ຄູ​ອາຈານ ​ແລະ ນັກ​ສຶກສາ​ຈຳນວນ 50 ກວ່າ​ຄົນ​ໄດ້​ພາກັນ​ອອກ​ແຮງ​ງານ​ອານາ​ໄມ​ຂົງ​ເຂດ​ວິທະ​ຍາ​ໄລ ​ແລະ ອ້ອມ​ແອ້ມ​ບ້ານ​ໂພນ​ປ່າ​ເປົ້າ ​ໂດຍ​ເລີ່​ມຈາກ​ວິທະຍາ​ໄລ ​​ຍ່າງ​ອ້ອມ​ບ້ານ​ໂພນ​ປ່າ​ເປົ້າ ​ແລ້ວ​ອ້ຽວ​ກັບ​ມາ​ຫາ​ວິທະຍາ​ໄລ​ອີກ​ຄັ້ງ     ອາຈານ​ ລຳ​ໄພ ຂຸນດາ​ວົງ ຮອງ​ອຳນວຍ​ການ​ວິທະຍາ​ໄລ ລາວ-ທ໊ອບ ​ໄດ້​ກ່າວ​ວ່າ: ​ໃນ​ເມື່ອ​ກ່ອນ​ໄດ້​ມີ​ການ​ອອກ​ແຮງ​ງານ​ໃນ​ທຸກໆວັນ​ເສົາ ​ເຊິ່ງ​ເອີ້ນ​ວ່າ​ວັນ​ເສົາ​ແດງ​ເພື່ອ​ເປັນ​ການ​ສຶບຕໍ່​ວັນ​ເສົາ​ແດງ ທາງ​ພວກ​ເຮົາ​ຈ​ຶ່ງ​ໄດ້​ປຸກລະດົມ​ນັກຮຽນ​ນັກ​ສຶກສາມາ​ອອກ​ແຮງ​ງານ​ພາ​ຍ​ໃນ​ບ້ານ​ໂພນ​ປ່າ​ເປົ້າ​ໃຫ້​ສະອາດ ບັນດາ​ນັກ​ສຶກສາ​ກໍ​ມີ​ຄວາມ​ພ້ອມພຽງ​ຮຽງໜ້າກັນ ມີ​ຄວາມ​ສາມັກ​ຄື ການ​ອອກ​ແຮງ​ງານ​ວັນ​ເສົາ​ນີ້​ເປັນ​ເທື່ອ​ທຳ​ອິດ​ຂອງ​ວິທະຍາ​ໄລ ​​ເຊິ່ງ​ເປັນ​ການ​ຢັ້ງຢືນ​ວ່າ​ຂະ​ບວນການ​ອອກ​ແຮງ​ງານຂອງ​ວິທະຍາ​ໄລ…

read more

ລາວ​ທ໊ອບຖະລົ່ມ ມະຫາວິທະຍາ​ໄລ ວະ​ທະຍາ​ສາດ​ສຸຂະພາບ 4-0 ​ຮອບ​ຮອງ​ຊະນະ​ເລີດຍັບ​ມໍ່​ເຂົ້າມາ​ແລ້ວ ​ບານເຕະຢູລີກ ວັນອາທິດ 6 ພຶດສະພາ 2012 ວິທະຍາໄລ ລາວ-ທ໊ອບ 4      –     0 ມະຫາວິທະຍາ​ໄລ ວິທະຍາສາດ ສຸຂະພາບ ເດີ່ນກິິລາເຈົ້າອານຸວົງ   ​​ເກ​ມ​ເລີ່​ມກັນ​ທີ່​ເວລາ 14:00 ທີ່​ເດີ່ນ​ເຈົ້າອາ​ນຸວົງ ​ໂດຍ​ວິທະຍາ​ໄລ ລາວ​ທ໊ອບ ມາ​ໃນ​ຊຸດ​ຟ້າ​ຂາວ ​ສ່ວນ​ ມວສ ມາ​​ໃນ​ຊຸດ​ສີ​ແດງ ​​ທັງ​ສອງຕັ້ງທີ​ມມາ​ສຳລັບ​ບຸກ ​ແລະ ຫວັງ​​ເກັບ​ໄຊຊະນະ​ໃນ​ນັດ​ນີ້​ໃຫ້​ໄດ້ ​ເພື່ອ​ນັດ​ສຸດ​ທ້າຍ​ຈະ​ໄດ້​ຫຼິ້ນຢ່າງ​ຫາຍ​ກັງວົນ. ​ເລີ່​ມ​ເກ​ມການ​ແຂ່ງຂັນ​ໄດ້ 10 ນາທີ ທັງ​ສອງ​ກໍ​ປ່ຽນ​ກັນ​ບຸກ ປ່ຽນ​ກັນ​ຕ້າ​ນຢ່າງ​ເມົາ​ມັນ ​ແລະ ​ເກືອ​ບໆຈະ​ໄດ້​ປະຕູ​ຫຼາຍຄັ້ງ ​ແຕ່​ຍັງ​ບໍ່​ຄົມ​ພໍ​ທີ່​ຈະ​ຈົບ​ສະ​ກໍ. ມາ​ເຖິງ​ນາທີ​ທີ່…

read more

Last weekend, Lao-Top College conducted a survey of primary schools in remote areas of Khammuan Province to evaluate their equipment requirements and find some new excursion locations. Early on August 18, 2012 Lao-Top College went to Khammuan Province to search out a…

read more

ໃນວັນທີ 19-02-2012 ເວລາ 14:00 ທີ່ຜ່ານມາທີ່ເດີ່ນເຈົ້າອານຸວົງ ໄດ້ມີການພົບກັນລະວ່າງ ວິທະຍາໄລ ລາວທ໊ອບ ແລະ ວິທະຍາໄລ ຊັບພະວິຊາ. ນຳໜ້າເປີດເກມໂດຍວິທະຍາໄລ ຊັບພະວິຊາ ເຊິ່ງຮູບເກມກໍຂ້ອນຂ້າງທີ່ຈະເທົ່າໆກັນ ປ່ຽນກັນຮັບ ປ່ຽນກັນບຸກ ຈົນມາຮອດນາທີ 39“ ວິທະຍາໄລ ຊັບພະວິຊາກໍໄດ້ປະຕູຂຶ້ນນຳໄປກ່ອນ ໂດຍການຍິງຂອງ ໝາຍເລກ 10 ພອນປະສິດ. ຈາກນັ້ນວິທະຍາໄລ ລາວທ໊ອບກໍໂຫມບຸກ ແລະ ຖືກໂຕ້ກັບຈົນເກືອບເສຍປະຕູອີກຄັ້ງໜຶ່ງ ແຕ່ວ່າການບຸກຢ່າງຕໍ່ເນື່ອງກໍສົ່ງຜົນຈົນໄດ້ປະຕູຕີໄຂ່ແຕກໃນນາທີ 48“ ໂດຍໝາຍເລກ12 ອານິກອນ. ຈົບເກມໃນເຄິ່ງເວລາທຳອິດ ສະເໝີກັນ 1-1. ໃນເຄິ່ງເວລາທີສອງ ຮູບເກມກໍຍັງເປັນແບບເກົ່າຄືປ່ຽນກັນຮັບປ່ຽນກັນບຸກຢ່າງຕໍ່ເນື່ອງ ແຕ່ວ່າໃນຊ່ວງກາງຂອງເຄິ່ງເວລາທີ່ສອງແມ່ນວິທະຍາໄລ ຊັບພະວິຊາໂຫມບຸກຢ່າງໜັກ ແຕ່ກໍຖືກທາງວິທະຍາໄລ ລາວທ໊ອບໂຕ້ກັບໄວຈົນເກືອບໄດ້ປະຕູໄປຫຼາຍເທື່ອ.  …

read more

ໃນວັນທີ 8-4-2011 ທີ່ຜ່ານມາໄດ້ມີການຈັດງານລ້ຽງເພື່ອສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ທີ່ວິທະຍາໄລ ລາວ-ທ໊ອບ. ເຊິ່ງມີນັກສຶກສາເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ. ງານໄດ້ເລີ່ມຂຶ້ນເມື່ອເວລາ 10:30 ເຊິ່ງເປັນການບາສີສູ່ຂວັນ ຕໍ່ດ້ວຍການຮັບປະທານອາຫານທ່ຽງ ສຸດທ້າຍນີ້ກໍຂໍໃຫ້ພອນໄຊອັນປະເສີດຈົ່ງຢູ່ກັບທ່ານຕະຫຼອດໄປ ສິ່ງທີ່ບໍ່ດີໃຫ້ຫາຍໄປກັບປີເກົ່າ ປີໃໝ່ຈົ່ງພົບແຕ່ສິ່ງດີໆໃໝ່ຕະຫຼອດ ຂໍໃຫ້ທ່ານມີອາຍຸຍືນຍາວ ສຸຂະພາບແຂງແຮງ ຄວາມເຈັບຢ່າໃຫ້ໄດ້ ຄວາມໄຂ້ຢ່າໃຫ້ມີ ສາທຸ…

read more

ໃນວັນທີ 26/2/2011 ທີ່ຜ່ານມາໄດ້ມີການບານມິດຕະພາບລະຫວ່າງ ວິທະຍາໄລ ລາວທ໊ອບ VS. ນັກສຶກສາຊັບພະຍາກອນນ້ຳ . ການແຂ່ງຂັນໄດ້ເລີ່ມຂຶ້ນເວລາ 10:00. ເຊິ່ງຜົນກໍຄື ວິທະຍາໄລ ລາວທ໊ອບ ເອົາຊະນະໄປ 4-2 ເຖິງແນວໃດກໍຕາມ ການແຂ່ງຂັນຄັ້ງນີ້ກໍເປັນພຽງການແຂ່ງຂັນມິດຕະພາບລະຫວ່າງນັກສຶກສາຂອງລາວທ໊ອບ ແລະ ນັກສຶກສາຊັບພະຍາກອນນ້ຳ ເຊິ່ງເປັນການສ້າງສາຍສຳພັນອັນແໜ້ນແຟ້ນຂອງນັກສຶກສາທັງສອງສະຖາບັນ.     ອາກາດດີ ແດດບໍ່ມີ ຟ້າບໍ່ບົດຫຼາຍຈົນເກີນໄປ     ຜູ້ຈັດການທີມກຳລັງຄິດວາງແຜນໂຕ້ກັບໄວ     ຖ່າຍຮູບມິດຕະພາບນຳກັນ     ພາບບັນຍາກາດການແຂ່ງຂັນ     ກຳລັງໃຊ້ໄຫວພິບທຸກຢ່າງເຂົ້າໃນເກມການແຂ່ງຂັນ     ການແຂ່ງຂັນຄັ້ງນີ້ນຳທີມໂດຍອາຈານ ແຊມ ແລະ…

read more

ໃນທີສຸດ ວິທະຍາໄລ ລາວ-ທ໊ອບກໍ່ສຳເລັດຜົນໃນການກໍ່ສ້າງອາຄານຫຼັງໃໝ່, ທັງອາຈານ ແລະ ນັກສຶກສາໃນລາວ-ທ໊ອບກໍຄືນັກສຶກສາທົ່ວໄປຕ່າງກໍ່ມີຄວາມສຸກທີ່ໄດ້ເຫັນຜົນສຳເລັດໃນການກໍ່ສ້າງວິທະຍາໄລ ລາວ-ທ໊ອບ. ພວກເຮົາຈະໄດ້ຈັດພິທີເປີດຢ່າງເປັນທາງການໃນວັນທີ 03/04/2010 ເຊິ່ງກົງກັບວັນເສົາ. ດັ່ງນັ້ນຈຶ່ງຂໍເຊີນ ນັກຮຽນວິທະຍາໄລ ລາວ-ທ໊ອບທຸກພາກວິຊາມາຮ່ວມກັນໃນເວລາ 17:30 ໂມງ. ເຮົາມາເບິ່ງກັນວ່າຕັ້ງແຕ່ເລີ່ມໂຄງການມາຈົນເຖິງປະຈຸບັນນີ້ເປັນແນວໃດ       ຈາກທີ່ເປັນດິນເປົ່າວ່າງ ແລະ ຮົກຮ້າງ   ເລີ່ມມີການກໍ່ສ້າງ ສ້າງຂອບເຂດກຳແພງ   ການກໍ່ສ້າງຮາກຖານຂອງວິທະຍາໄລ ລາວ-ທ໊ອບ   ການຕັ້ງເສົາເຂັມ, ທາງວິທະຍາໄລ ກໍ່ໄດ້ນິມົນພຣະມາສວດເພື່ອເປັນສີຣີມົງຄຸນ   ສຳເລັດການສ້າງຮາກຖານຂອງວິທະຍາໄລ ລາວ-ທ໊ອບ ແລະແລ້ວ ເຮົາກໍ່ເຫັນຊັ້ນທຳອິດຂອງອາຄານຂອງພວກເຮົາ   ຕໍ່ດ້ວຍຊັ້ນສອງ ເຊິ່ງກຳລັງຈະສ້າງຊັ້ນທີສາມ   ຊັ້ນສີ່…

read more

ປະຫວັດຄວາມເປັນມາ ວິທະຍາໄລລາວ-ທ໊ອບ ແມ່ນວິທະຍາໄລແຫ່ງໜຶ່ງທີ່ກໍ່ຕັ້ງຂຶ້ນເມື່ອວັນທີ 15/08/2007. ເພື່ອເຮັດໃຫ້ການສຶກສາຢູ່ລາວໄດ້ຂະຫຍາຍຕົວ ແລະ ທັນສະໄໝຍິ່ງຂຶ້ນໃນອານາຄົດ ໂຮງຮຽນພວກເຮົາຈຶ່ງໄດ້ໃຊ້ລະບົບການສຶກສາທີ່ທັນສະໄໝ ເຊິ່ງເປັນທີ່ຍອມຮັບໃນປະເທດເກົາຫຼີເຂົ້າມາສິດສອນ, ອາຈານໝົດທຸກຄົນບໍ່ວ່າຈະເປັນຄົນລາວ ຫຼື ຄົນຕ່າງປະເທດກໍ່ລ້ວນແຕ່ມີປະສົບການໃນການສອນມາເປັນເວລາ ນານເນື່ອງຈາກວ່າການສຶກສາແມ່ນເປັນພື້ນຖານທີ່ສຳຄັນອັນໜຶ່ງໃນວຽກງານການພັດທະນາຊັບພະຍາກອນມະນຸດໃນ ສ.ປ.ປ.ລາວ ໃຫ້ການເປັນນັກວິຊາການທີ່ມີຄວາມ ຮູ້ ຄວາມສາມາດ ແລະ ວິຊາຊີບ, ມີຈາລິຍະທຳ ແລະ ຄຸນະທຳ ມີຄວາມກະຕັນຍູ ຂະຫຍັນໝັ່ນພຽນ ຊື່ສັດ ອົດທົນ ເສຍສະຫຼະເພື່ອຜົນປະໂຫຍດສ່ວນລວມ ແລະ ເປັນຜູ້ສືບທອດພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ. ຈຸດປະສົງ ສ້າງນັກສຶກສາໃຫ້ມີຄວາມຮູ້ພື້ນຖານດ້ານພາສາອັງກິດ, ພາສາຈີນ, ແລະ ຄອມພິວເຕີ້ ຈົນສາມາດໃຊ້ງານກັບຊີວິດຕົວຈິງ, ປະກອບອາຊີບ, ຕິດຕໍ່ພົວພັນກັບ ອົງການຈັດຕັ້ງຕ່າງໆທັງພາຍໃນ ແລະ ຕ່າງປະເທດ….

read more