Final Report Titles 2009-2010 ID Name Title Teacher Degrec 1000045 Mr. Bannavong  XAYYAVONG The Advantages and Disadvantages of Internet Mr.Oud  HP 1000051 Ms.Saengdavy PHANTHAVONG The capital city of  Laos Mr .phanthavilai HP 1000096 Mr.Anikone PHOTHISALATH Pollution Mr.Oud  HP 1000104 Ms.Phonemala NORASING Patuxay”Victory…

read more

 ຜ່ານມາເປັນໄລຍະເວລາໜຶ່ງສອງປີແລ້ວ ກັບສາຂາວິຊາຄອມພິວເຕີທຸລະກິດ, ສາຂາວິຊານີ້ໄດ້ເລີ່ມເປີດສອນແຕ່ປີ 2012 ຈົນມາຮອດປະຈຸບັນ. ມີນັກສຶກສາທີ່ຈົບໄປແລ້ວໜຶ່ງຊຸດ ມີຈຳນວນ 11 ຄົນ. ໃນປີນີ້ ສົກສຶກສາ 2013-2014 ມີນັກສຶກສາທີ່ກຳລັງຈະຂຽນບົດສຶກສາໂຄງການອີກຈຳນວນ 16 ຄົນ. ຖືວ່າເປັນບາດກ້າວທີ່ສຳຄັນສຳລັບວິທະຍາໄລ ລາວ-ທ໊ອບ ທີ່ໄດ້ສຳເລັດການສ້າງບຸກຄະລາກອນອອກໄປຮັບໃຊ້ປະເທດຊາດ.   ເຊິ່ງໃນສົກສຶກສານີ້ ໄດ້ມີການປັບຫຼັກສູດ ແລະ ກຳນົດການໃນການຂຽນບົດສຶກສາໂຄງການຈົບຊັ້ນຂອງວິທະຍາໄລ ລາວ-ທ໊ອບ ໂດຍສະເພາະແມ່ນພາກວິຊາຄອມພິວເຕີທຸລະກິດ ເພື່ອໃຫ້ສອດຄ່ອງກັບຍຸກປະຈຸັບ ກໍຄືການຕອບສະໜອງໃຫ້ທັນກັບຕະຫຼາດແຮງງານ.   ສະນັ້ນ, ໃນການຂຽນບົດສຶກສາໂຄງການສຳລັບສົກສຶກສານີ້ແມ່ນຈະໄດ້ດຳເນີນການໄວກວ່າສົກຮຽນທີ່ຜ່ານມາເລັກນ້ອຍ ເພື່ອໃຫ້ທັນຕໍ່ເວລາ. ເຊິ່ງກຳນົດການຕ່າງໆໄດ້ຖືກກຳນົດອອກມາແລ້ວຕາມແຈ້ງການດັ່ງລຸ່ມນີ້:  

read more

  ເປີດແລ້ວ ຫຼັກສູດພາສາອັງກິດສຳລັບນ້ອງໆນັກຮຽນລະດັບປະຖົມ ຫາ ລະດັບມັດທະຍົມທັງຕອນຕົ້ນ ແລະ ຕອນປາຍ ຫຼັກສູດຂອງພວກເຮົາເລີ່ມເປີດມາແຕ່ວັນທີ 17/06/2013 ທີ່ຜ່ານມາ. ໃນມື້ທຳອິດກໍເຫັນວ່າມີນັກຮຽນເຂົ້າມາສະໝັກຫຼາຍພໍສົມຄວນ  ໃນຫຼັກສູດ ນ້ອງໆຈະໄດ້ຮຽນ ພາສາອັງກິດ ນຳຄູລາວ ຄູຕ່າງປະເທດ ຄອມພິວເຕີ ພ້ອມທັງມີກິດຈະກຳຫຼາກຫຼາຍເພື່ອເສີມທັກສະການຮຽນຮູ້ໃຫ້ນ້ອງໄດ້ສຶກສາໃນຊ່ວງລະດູປິດພາກຮຽນນີ້. ເຖິງບັນດາພໍ່ແມ່ຜ້ປົກຄອງທີ່ສົນໃຈຢາກໃຫ້ຍົກລະດັບພາສາອັງກິດໃຫ້ລູກຕົນເອງກໍໂທມາສອບຖາຂໍ້ມູນໄດ້ທີ່ 021 353900-1 ຫຼື ຈະອີເມວ info@laotop.net  

read more