ການ​ແຂ່ງຂັນ​ຟ້ອນລຳວົງ​ລາວ 5 ຈັງຫວະ​ພື້ນຖານ​ເພື່ອ​ຊິງ​ຂັນ​ທ່ານ​ເລຂາ​ຄະນະ​ບໍລິຫານ​ງານ ສູນ​ການ ຊປປລ ຄັ້ງທີ 8     ໃນ​ວັນ​ທີ 31/05/2013 ຈຸດປະສົງເພື່ອ​ເປັນ​ການ​ຜັນ​ຂະຫຍາຍ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງທີ VI ຂອງຜູ້​ແທນ​ຊາວໜຸ່ມທົ່ວ​ປະ​ເທດ ​​ແລະ ​ເພື່ອ​ເປັນ​ການສະ​ເຫຼີມສະຫຼອງວັນ​ສ້າງຕັ້ງຄະນະ​ຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຄົບຮອບ 58 ປີ (14/04/1955- 14/04/2013) ​ເປົ້າໝາຍ​ເພື່ອ​ປູ​ກຈິດ​ສຳ​ນຶກ​ກ່ຽວ​ກັບ​ສີ​ລະ​ປະ​ຊຶ່ງ​ເປັນ​ເອກະລັກ​ຂອງ​ຊາດ ​ໃຫ້​ຊາວໜຸ່ມບັນດາ​​ເຜົ່າ​ມີ​ຄວາມ​ເຂົ້າ​ໃຈ​ທີ່​ຖືກຕ້ອງ, ຮູ້​ອະນະ​ຮັກ ​ແລະ ສົ່ງ​ເສີມ​ສີ​ລະ​ປະວັດ​ທະນະ​ທຳ​ອັນ​ດີງາມ​ຂອງ​ຊາດ. ​ເພື່ອ​ສ້າງ​ເວທີ​ໃຫ້​ຊາວໜຸ່ມ​ໄດ້​ສະ​​ແດງ​ອອກ​ໃນ​ດ້ານ​ສີ​ລະ​ປະ, ທັກ​ສະ, ພອນ​ສະຫວັນ ທັງ​ເປັນ​ການ​ສ້າງ​ຄວາມ​ສາມັກຄີ​ໃນໝູ່ຊາວໜຸ່ມ-​ເຍົາວະ​ຊົນ ​ແລະ ນຳ​ໃຊ້​ເວລາ​ຫວ່າງ​​ໃຫ້​ເປັນ​ປະ​ໂຫຍ​ດ. ​​ຜູ້​ເຂົ້າ​ແຂ່ງຂັນ: 1.   ​ໂຮງຮຽນ ມ.ສ ວຽງ​ຈັນ 2.   ມະຫາວິທະຍາ​ໄລ…

read more

     ເພື່ອເປັນການຮັກສາສຸຂະພາບ ແລະ ເພື່ອເປັນການສ້າງຄວາມສາມັກຄີລະຫວ່າງບັນດາຄູອາຈານພາຍໃນວິທະຍາໄລ ລາວ-ທ໊ອບ. ໃນວັນທີ 24/05/2013 ທີ່ຜ່ານມາ ໄດ້ມີການແຂ່ງຂັນກິລາບານເຕະລະຫວ່າງທີມຄູປະຈຳ ແລະ ຄູຮັບເຊີນ.     ຜົນການແຂ່ງຂັນປະກົດວ່າທີມຄູປະຈຳຊະນະ ຄູຮັບເຊີນໄປ 6 ຕໍ່ 1. ໂດຍຜູ່ທີ່ຍິງປະຕູໄຊທຳອິດໃຫ້ທີມຄູປະຈຳແມ່ນອາຈານ ແລັດ ເຊິ່ງເພິ່ນໃນເກມເພິ່ນຍິງໄດ້ທັງໝົດ 4 ປະຕູ, ອາຈານ ວິ 1 ປະຕູ, ອາຈານ ເລດ 1 ປະຕູ. ສ່ວນທາງຝັ່ງຂອງຄູຮັບເຊີນແມ່ນອາຈານ ສຸລິພົນ ທີ່ເປັນຜູ້ຍິງປະຕູ ຕີໄຂ່ແຕກໄດ້.  ໃນເກມການແຂ່ງຂັນເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ ແລະ ມິດຕະພາບທີ່ບັນດາຄູອາຈານທີ່ມີໃຫ້ກັນ    ນອກຈາກບັນດາຄູອາຈານແລ້ວ ຍັງມີນ້ອງໆນັກສຶກສາຈຳນວນໜຶ່ງເຂົ້າຮ່ວມເຊຍໃນການແຂ່ງຂັນຄັ້ງນີ້ ເຊິ່ງເປັນສີສັນໃຫ້ກັບການແຂ່ງຂັນ…

read more

ວິທະຍາໄລ ລາວ-ທ໊ອບ ໄດ້ວາງແຜນເປີດຫຼັກສູດວິສະວະກຳຄອມພິວເຕີ ເມືອທ້າຍປີກ່ອນ ເຊິ່ງໄດ້ທຳການຈັດຕັ້ງປະຕິບັດຂຽນຫຼັກສູດ ກະກຽມຄວາມພ້ອມທາງດ້ານບຸກຄະລາກອນ ຄູ-ອາຈານ ພະນັກງານບໍລິຫານ ເຊິ່ງທັງຄວາມຮູ້ ຄວາມສາມາດ ທາງດ້ານວິສະວະກຳຄອມພິວເຕີ ເພື່ອມາສ້າງຊັບພະຍາກອນມະນຸດ. ຈຸດປະສົງໃນການສ້າງຫຼັກສູດ ເພື່ອສ້າງໃຫ້ຊັບພະຍາກອນມະນຸດດ້ານການພັດທະນາໂປຣແກຣມ ຮູ້ຈັກການຂຽນໂປຣແກຣມ, ການພັດທະນາເວັບໄຊ ແລະ ການອອກແບບສື່ສິ່ງພິມ. ແຕ່ສິ່ງທີ່ເນັ້ນໜັກທີ່ສຸດ ແມ່ນເຮັດໃຫ້ຜູ້ທີ່ເຂົ້າຮັບການສຶກສາໄດ້ຮູ້ ແລະ ເຂົ້າໃຈເຖິງລະບົບການພັດທະນາໂປຣແກຣມບໍ່ວ່າຈະເປັນ VB.net, C++, Java, PHP ແລະ ອື່ນໆ. ອີກຢ່າງແມ່ນເພື່ອສຸມໃສ່ການສ້າງບຸກຄະລາກອນເພື່ອຕ້ອນຮັບການເຂົ້າເປັນປະຊາຄົມອາຊຽນໃນປີ 2015 ທີ່ຈະມາເຖິງນີ້   ໃນວັນທີ 23/05/2013 ເວລາ 9:00 ບັນດາຄະນະຜູ້ກວດກາຄວາມພ້ອມໃນການເປີດຫຼັກສູດ ວິສະວະກຳຄອມພິວເຕີ ຈາກກົມອາຊີວະສຶກສາ ນຳໂດຍ ທ່ານ.ໂພໄຊ ບູລົມ…

read more

ອີງຕາມການປະຕິບັດໃຫ້ບັນລຸໝາກຜົນຂອງການສຶກສາ ແລະ ແຜນການສຶກສາຂອງກະຊວງສຶກສາໄດ້ວາງອອກ ແລະ ເພື່ອຕອບສະໜອງການຂະຫຍາຍຕົວຂອງຈຳນວນນັກສຶກສາ ໂດຍສະເພາະແມ່ນຂອງເຂດນະຄອນຫຼວງ.  ວິທະຍາໄລ ລາວ-ທ໊ອບໄດ້ສ້າງຫ້ອງຮຽນຕື່ມອີກຈຳນວນ 5 ຫ້ອງ ເພື່ອຮັບໃຊ້ເຂົ້າໃນການສິດສອນ ຂອງວິທະຍາໄລ. ຕາມແຜນການຂອງ ວິທະຍາໄລ ໄດ້ວາງອອກ ແມ່ນ ຮອງຮັບຫຼັກສູດປະລິນຍາຕີບໍລິຫານທຸລະກິດ ແລະ ຫຼັກສູດຊັ້ນສູງວິສະວະກຳຄອມພິວເຕີ ທີ່ຈະໄດ້ເປີດໃນສົກສຶກສາ 2013-2014 ນີ້.  ການຂະຫຍາຍ ຈຳນວນຫ້ອງນີ້ຖືເປັນບາດກ້າວສຳຄັນຂອງວິທະຍາໄລ ເນື່ອງຈາກມັນສະແດງໃຫ້ເຫັນເຖິງການຂະຫຍາຍໂຕຂອງວິທະຍາໄລເອງ ດ້ວຍຄຸນພາບຂອງຫຼັກສູດການສິດສອນເຊິ່ງມີສື່ການສອນແບບຕ່າງໆ ຕະຫຼອດຈົນອາຈານຜູ້ເຕັມໄປດ້ວຍປະສົບການ ຈຶ່ງເຮັດໃຫ້ຈຳນວນນັກສຶກສາຂະຫຍາຍໂຕໄວຂຶ້ນ. ວິທະຍາໄລ ເລີ່ມເປີດເດືອນ 7 ປີ 2007 ທີ່ບ້ານສະພານທອງກາງ ແລະ ໄດ້ເລີ່ມສ້າງອາຄາຫຼັງໃໝ່ໃນປີ 2009 ເຊິ່ງສຳເລັດໃນປີ 2010 ແລະ ເລີ່ມການສິດສອນໃນເດືອນ 4/2010…

read more

  ອາທິດໜ້າ ກໍຈະເປັນການເປີດເທີມໃໝ່ສຳລັບວິທະຍາໄລ ລາວ-ທ໊ອບກັນແລ້ວ.   ເຮົາມາສຳຫຼວດກັນເບິ່ງວ່າ ບັນດານັກສຶກສາ ເຮົາກຽມພ້ອມແລ້ວພຽງໃດ.   ວັນທີ 6/5/2013 ເປັນວັນເປີດເທີມໃໝ່ສຳລັບວິທະຍາໄລ ລາວ-ທ໊ອບ. ເຊິ່ງຫຼັກສູດທີ່ເປີດພ້ອມກັນ ກໍມີຫຼັກສູດ ປະລິນຍາຕີ ພາສາອັງກິດ, ຫຼັກສູດເຊື່ອມຕໍ່ປະລິນຍາຕີພາສາອັງກິດ, ຫຼັກສູດຊັ້ນສູງ ຄອມພິວເຕີທຸລະກິດ, ຫຼັກສູດພາສາຈີນ, ພາສາເກົາຫຼີ ແລະ ຄອມພິວເຕີໄລຍະສັ້ນ.    ກ່ອນໜ້ານີ້ ໄດ້ເປີດຫຼັກເທີມຫຼັກສູດພາສາອັງກິດສຳລັບເດັກໄປແລ້ວ ນັກຮຽນກໍກັບມາຮຽນກັນເປັນຈຳນວນຫຼວງຫຼາຍ ສຳລັບຫຼັກສູດຜູ້ໃຫຍ່ເຮົາ ກໍລອງມາສຳຫຼວດກັນເບິ່ງວ່າກຽມພ້ອມກັບການເປີດເທີມໃໝ່ແລ້ວພຽງໃດ. ຄອມເມັ້ນໃສ່ດ້ານລຸ່ມໄດ້ເລີຍ.

read more