Lao Futsal League 2017 Matchday in November ກຽມເປີດສາກແລ້ວກັບການແຂ່ງຂັນ Futsal League ປະຈຳປີ 2017 ເຊິ່ງຈະເລີ່ມຂຶ້ນໃນວັນທີ 18 ພະຈິກ 2017 ນີ້ ທີ່ເດີ່ນກິລາໃນຮົ່ມສະຫະພັນບານເຕະແຫ່ງຊາດລາວ ໂດຍວິທະຍາໄລ ລາວ-ທ໊ອບເອງກໍມີການແຂ່ງຂັນໃນມື້ເປີດສະໜາມເຊັ່ນດຽວກັນ ສຳລັບ ວິທະຍາໄລ ລາວ-ທ໊ອບ ແມ່ນໄດ້ເຝິກຊ້ອມທີມຟຸດຊໍມາຕັ້ງແຕ່ເດືອນຕຸລາມາແລ້ວ ແລະກຽມພ້ອມເຕັມທີ່ກັບການແຂ່ງຂັນໃນຄັ້ງນີ້ ໂດຍໄດ້ຄັດເລືອກເອົານັກກິລາຈາກແຕ່ລະສາຂາວິຊາຮຽນ ທັງພາສາອັງກິດ, ໄອທີ ແລະ ຄອມພິວເຕີທຸລະກິດ. ຂໍບັນດານັກສຶກສາຈົ່ງຊ່ວຍກັນສົ່ງກຳລັງໃຈໃຫ້ນັກກິລາເຮົາ

read more

ວິທະຍາໄລ ລາວ-ທ໊ອບ ຈັດພິທີສະຫຼຸບສົກຮຽນ 2016-2017 ໃນວັນທີ 21 ຕຸລາ 2017 ທີ່ຜ່ານມາ ວິທະຍາໄລ ລາວ-ທ໊ອບ ໄດ້ຈັດພິທີສະຫຼຸບສົກສຶກສາ 2016-2017 ທີ່ຫ້ອງ Top Hall ວິທະຍາໄລ ລາວ-ທ໊ອບ(ອາຄານໃໝ່). ເປັນກຽດເຂົ້າຮ່ວມໂດຍທ່ານ ກວັນຢຸງວຸກ ປະທານວິທະຍາໄລ ລາວ-ທ໊ອບ, ທ່ານ ລຳໄພ ຂຸນດາວົງ ອຳນວຍການວິທະຍາໄລ ລາວ-ທ໊ອບ, ທ່ານ ພັນທະວິໄລ ນວນຮຸ່ນ ຮອງອຳນວຍການຝ່າຍວິຊາການ ຕະຫຼອດເຖິງນັກສຶກສາທີ່ສຳເລັດການສຶກສາໃນສົກຮຽນ 2016-2017 ພ້ອມດ້ວຍພໍ່ແມ່ຜູ້ປົກຄອງກໍເປັນກຽດເຂົ້າຮ່ວມ. ໃນພິທີດັ່ງກ່າວ ທ່ານ ພັນທະວິໄລ ນວນຮຸ່ນ ຮອງອຳນວຍການຝ່າຍວິຊາການ ໄດ້ຂຶ້ນຜ່ານບົດສະຫຼຸບຫຍໍ້ການເຄື່ອນໄຫວທີ່ໃນສົກຮຽນທີ່ຜ່ານມາ. ນອກຈາກນັ້ນ, ກໍໄດ້ມີພິທີມອບໃບຍ້ອງຍໍແກ່ຄູອາຈານທີ່ດີເດັ່ນໃນສົກຮຽນຮຽນ…

read more

ເພື່ອເປັນການສະໜັບສະໜູນໃຫ້ຜູ້ທີ່ມີບົດບາດໃນສັງຄົມລາວ ໂດຍສະເພາະຜູ້ທີ່ສ້າງຊື່ສຽງໃຫ້ປະເທດຊາດ. ວິທະຍາໄລ ລາວ-ທ໊ອບຈຶ່ງໄດ້ມອບທຶນການສຶກສາໃຫ້ແກ່ນັກສຶກສາ 2 ທ່ານຄື ນາງ ວານີພອນ ພູມີໄຊ ນາງສາວນະຄອນຫຼວງ ປີ 2017 ແລະ ນາງ ລົດແກ້ວ ອິນທະກຸມມານ ຮອງອັນດັບສອງ ກິລາແລ່ນລານ ໃນງານຊີເກມ ທີ່ກົວລາລຳເປີ ປີ 2017. ນາງ ວານີພອນ ພູມີໄຊ ແມ່ນກຳລັງສຶກສາໃນສາຂາພາສາອັງກິດ ຊັ້ນປີທີໜຶ່ງ ພາກເຊົ້າ ນາງ ລົດແກ້ວ ອິນທະກຸມມານ ແມ່ນກຳລັງສຶກສາໃນສາຈາພາສາອັງກິດ ຊັ້ນປີທີສາມ ພາກຄໍ່າ ວິທະຍາໄລ ລາວ-ທ໊ອບ ຂໍໃຫ້ທັງສອງນ້ອງຈົ່ງຕັ້ງໃຈສຶກສາຮໍ່າຮຽນ ພ້ອມນັ້ນກໍເປັນແບບຢ່າງທີ່ດີໃຫ້ແກ່ໝູ່ໃນຫ້ອງຮຽນ ກໍຄືໃນສັງຄົມ.    

read more

ວິທະຍາໄລ ລາວ-ທ໊ອບ ຈັດພິທີສະເຫຼີມສະຫຼອງຄອບຮອບ 10 ປີ ຢ່າງຮຽບງ່າຍ 10 ປີ ວິທະຍາໄລ ລາວ-ທ໊ອບ ວິທະຍາໄລ ລາວ-ທ໊ອບ ຈັດພິທີສະເຫຼີມສະຫຼອງຄອບຮອບ 10 ປີ ຢ່າງຮຽບງ່າຍ ວັນທີ 16 ກັນຍາ 2017 ທີ່ຫ້ອງພັກຄູ ວິທະຍາໄລ ລາວ-ທ໊ອບ, ທ່ານ ກວັນ ຍຸງ ວຸກ ປະທານວິທະຍາໄລ ໄດ້ໃຫ້ກຽດມອບໃບຍ້ອງຍໍແກ່ບັນດາຄູອາຈານທີ່ປະຕິບັດງານຢ່າງຕັ້ງໜ້າ ມາຕະຫຼອດ 10 ປີ ເຊິ່ງໄດ້ແກ່: ທ່ານ ພັນທະວິໄລ ນວນຮຸ່ນ ທ່ານ ນາງ ມັດຕິກາ ສີດາ ທ່ານ ພູວາ…

read more

  ລາວ-ທ໊ອບ ໄດ້ຂຶ້ນກ່າວສະຫຼຸບວຽກງານ, ຈຸດດີ-ຈຸດອ່ອນ ແລະ ເຜີຍແຜ່ແຜນການຕໍ່ໜ້າ. ນອກຈາກນັ້ນ ເພິ່ນຍັງໄດ້ເນັ້ນຕື່ມເລື່ອງການຮັກສະລະບຽບຂອງນັກສຶກສາ ໂດຍໃຫ້ອາຈານທຸກໆຄົນຊ່ວຍກັນເປັນເຈົ້າການໃນການສັງເກດ-ຕໍານິຕິຕຽນບັນດານັກສຶກສາທີ່ຜິດລະບຽບ. ຈາກນັ້ນ ອາຈານ ພັນທະວິໄລ ນວນຮຸ່ນ ຮອງອຳນວຍການ ຝ່າຍວິຊາການ ຍັງໄດ້ຂຶ້ນໃຫ້ຄຳແນະນຳກ່ຽວກັບການວາງແຜນການສອນ ແກ່ຄູອາຈານໝົດທຸກຄົນ ເພື່ອປັບປຸງລະບົບການສິດສອນໃຫ້ດີຂຶ້ນ, ຮັບປະກັນທາງດ້ານຄຸນນະພາບ ແລະ ປະລິມານຂອງນັກສຶກສາ ແລ້ວຍັງເປັນການຕອບສະໜອງມາດຖານຂອງກະຊວງສຶກສາທີ່ຕ້ອງການປັບປຸງຫຼັກສູດການຮຽນການສອນຂອງບັນດາວິທະຍາໄລໃຫ້ດີຍິ່ງໆຂຶ້ນ ສຸດທ້າຍ ທ່ານ ກວັນຍຸງວຸກ ປະທານວິທະຍາໄລ ລາວ-ທ໊ອບ ຍັງໄດ້ຂຶ້ນກ່າວໃຫ້ກຳລັງໃຈ ແລະ ຂອບໃຈຄູອາຈານໝົດທຸກຄົນທີ່ໃຫ້ຄວາມຮ່ວມມືກັບວິທະຍາໄລດ້ວຍດີຕະຫຼອດມາ ຂໍໃຫ້ອາຈານທຸກທ່ານຈົ່ງເປັນແບບຢ່າງທີ່ດີໃຫ້ແກ່ນັກສຶກສາ ແລະ ກໍຂໍໃຫ້ປະຕິບັດໜ້າທີ່ຢ່າງສຸດຄວາມສາມາດ ເພື່ອສ້າງບຸກຄະລາກອນທີ່ມີຄຸນນະພາບອອກຮັບໃຊ້ສັງຄົມ. ວິທະຍາໄລ ລາວ-ທ໊ອບ ມີຫຼັກສູດການຮຽນການສອນດັ່ງນີ້ – ຫຼັກສູດຊັ້ນສູງ ການເງິນ-ການບັນຊີ ບໍລິຫານທຸລະກິດ ໄອທີ…

read more

  ຜົນເສັງສາຂາ ບໍລິຫານທຸລະກິດ ແລະ ການເງິນ-ການບັນຊີ ຜົນເສັງສາຂາ ພາສາອັງກິດ ຜົນເສັງສາຂາ ໄອທີ ແລະ ຄອມພິວເຕີທຸລະກິດ

read more

ພິທີຜ່ານບົດຈົບຊັ້ນ ສົກສຶກສາ 2016-2017 ໃນວັນທີ 18/08/2017 ທີ່ ວິທະຍາໄລ ລາວ-ທ໊ອບ ໄດ້ມີພິທີຜ່ານບົດຈົບຊັ້ນຂອງນັກສຶກສາ ສາຂາ ພາສາອັງກິດ ລະດັບຊັ້ນສູງ. ເຊິ່ງເປັນມື້ທີ່ພິສູດໃຫ້ເຫັນເຖິງຄວາມພຽນພະຍາຍາມຂອງນັກສຶກສາ ໃນການສຶກສາຕະຫຼອດໄລຍະເວລາ 3 ປີທີ່ຜ່ານມາ. ມີນັກສຶກສາທັງໝົດ 64 ຄົນ ໃນການຜ່ານບົດຄັ້ງນີ້. ທັງໝົດໄດ້ຖືກແບ່ງອອກເປັນ 3 ຫ້ອງໃນການຜ່ານບົດຈົບຊັ້ນເຊິ່ງລວມມີຫ້ອງ Lecture, Lecture 1 ແລະ Top Hall. ຜົນສຳເລັດໃນຄັ້ງນີ້ ມັນເປັນພຽງບາດກ້າວທຳອິດຂອງນັກສຶກສາ ກ່ອນອອກປະເຊີນສູ່ສັງຄົມໂຕຈິງ. ຂໍໃຫ້ນັກສຶກສາທຸກຄົນຈົ່ງນຳໃຊ້ຄວາມຮູ້ ຄວາມສາມາດທີ່ຕົນເອງໄດ້ຮໍ່າຮຽນມາໃນການປະກອບອາຊີບວຽກເຮັດງານທຳ ໃຫ້ສຳເລັດຜົນຕໍໄປ ຫວັງຢ່່າງຍິ່ງວ່າບົດຮຽນທີ່ນັກສຶກສາໄດ້ຮັບໃນ ວິທະຍາໄລ ລາວ-ທ໊ອບ ນີ້ ຈະເປັນໂຕຊ່ວຍໃຫ້ບັນລຸເຖິງຜົນສຳເລັດ

read more

ກອງປະຊຸມເຜີຍແຜ່ກົດລະບຽບ ຄຊປປລ ທີ່ ວິທະຍາໄລ ລາວ-ທ໊ອບ ໃນວັນທີ 26/05/2017 ທີ່ຜ່ານມາ ທີ່ວິທະຍາໄລ ລາວ-ທ໊ອບ ໄດ້ມີການຈັດກອງປະຊຸມ ເຜີຍແຜ່ກົດລະບຽບ ຄຊປປລ ໃຫ້ກຽດເປັນປະທານ ແລະ ເຜີຍແຜ່ລະບຽບໂດຍ ທ່ານ ດຣ ສຳລານ ພັນຂະວົງ ເລຂາ ຄຊປປລ ກະຊວງສຶກສາທີການ ແລະ ກິລາ

read more