ບົດສຳພາດ ທ່ານ ລຳໄພ ຂຸນດາວົງ ອຳນວຍການ ວິທະຍາໄລ ລາວ-ທ໊ອບ ກ່ຽວກັບການກຽມຄວາມພ້ອມເປີດສົກຮຽນໃໝ່ 2019-2020. ວິທະຍາໄລ ເປີດຮັບນັກສຶກສາໃໝ່ໃນສາຂາດັ່ງນີ້ ບໍລິຫານທຸລະກິດ ການເງິນ-ການບັນຊີ ໄອທີ ຄອມພິວເຕີທຸລະກິດ (ITB) ພາສາອັງກິດ

read more

ວິທະຍາໄລ ລາວ-ທ໊ອບ ສົມທົບທຶນສະໜັບສະໜູນໂຄງການ ແລ່ນເພື່ອນ້ອງ  ໃນເຊົ້າວັນທີ 25 ມິຖຸນາ 2019 ທີ່ວິທະຍາໄລ ລາວ-ທ໊ອບ, ໄດ້ມີການມອບທຶນສະໜັບສະໜູນໂຄງການແລ່ນເພື່ອນ້ອງ ໂດຍແມ່ນທ່ານ ລຳໄພ ຂຸນດາວົງ ຕາງໜ້າທ່ານປະທານ ກວັນຢຸງວຸກ ມອບເງິນທຶນສົມທົບໂຄງການ ແລ່ນເພື່ອນ້ອງ ຈຳນວນ 1.000.000 ກີບ. ຮັບໂດຍ ນາງ ລົດແກ້ວ ອິນທະກຸມມານ ອະດີດນັກສຶກສາ ສາຂາພາສາອັງກິດ ປີ 2018 ໂຄງການແລ່ນຄັ້ງນີ້ ແມ່ນໂຄງການເພື່ອການກຸສົນ ລະດົມທຶນເພື່ອປຸກສ້າງອາຄານຮຽນ, ຫ້ອງສະໝຸດ, ຫ້ອງນໍ້າ ແລະ ລະບົບນໍ້າສະອາດ ໃຫ້ແກ່ບັນດາໂຮງຮຽນທີ່ທຸກຍາກຂາດເຂີນອ້ອມແອ້ມນະຄອນຫຼວງວຽງຈັນ ເຊິ່ງຈັດຂຶ້ນໂດຍ ນາງ ລົດແກ້ວ ອິນທະກຸມມານ ຮ່ວມມືກັບພະແນກສຶກສາທິການ…

read more

ໃນວັນທີ 29 ມີນາ 2019 ທີ່ວິທະຍາໄລ ລາວ-ທ໊ອບ ໄດ້ມີກິດຈະກຳເຜີຍແຜ່ຄວາມຮູ້ກ່ຽວກັບ ເຊື້ອເຮັສໄອວີ ແລະ ພະຍາດເອດ ເພື່ອເປັນການສະເຫຼີມສະຫຼອງ ວັນສ້າງຕັ້ງພັກ ຄົບຮອບ 64 ປີ (22 ມີນາ 1955 ຫາ 22 ມີນາ 2019) ແລະ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 64 ປີ (14 ເມສາ 1955 ຫາ 14 ເມສາ 2019). ງານນີ້ຈັດຂຶ້ນໂດຍ ຂະບວນການຊາວໜຸ່ມ ຮ່ວມກັບສູນຕ້ານເອດ ແລະ ພະຍາດຕິດຕໍ່ທາງເພດສຳພັນ ໄດ້ມາຈັດກິດຈະກຳເຜີຍແຜ່ຄວາມຮູ້ກ່ຽວກັບເຊື້ອ ເຊື້ອເຮັສໄອວີ ແລະ…

read more

ງານປະກວດຮ້ອງເພງສາກົນປະຈຳປີ 2018 ຈຸດປະສົງ ງານປະກວດຮ້ອງເພງສາກົນນີ້ຈັດຂຶ້ນເພື່ອສ້າງກິດຈະກຳໃຫ້ນັກສຶກສາໃນ ວິທະຍາໄລ ໃຫ້ນັກສຶກສາໄດ້ສະແດງຄວາມສາມາດໃນດ້ານສີລະປະ ຕອບສະໜອງ ເຖິງວຽກງານສີລະປະສຶກສາທີ່ທາງກະຊວງສຶກສາທິການ ແລະ ກິລາໄດ້ວາງອອກ. ກິດຈະກຳປະກວດຮ້ອງເພງສາກົນຄັ້ງເປັນການພິສູດຄວາມສາມາດຂອງນັກສຶກສາ ດ້ານການຮ້ອງເພງ ແລະ ດ້ານພາສາອັງກິດ ເຊິ່ງເປັນຈຸດຫຼັກຂອງວິທະຍາໄລ ລາວ-ທ໊ອບ. ກຳນົດການ ຮັບສະມັກ: ວັນທີ 25 ຕຸລາ ຫາ 7 ພະຈິກ 2018 ຮອບຄັດເລືອກ: ວັນທີ 9 ພະຈິກ 2018 ຮອບສຸດທ້າຍ: ວັນທີ 16 ພະຈິກ 2018 ເງື່ອນໄຂຜູ້ເຂົ້າສະມັກ ຜູ້ເຂົ້າສະມັກຕ້ອງເປັນນັກສຶກສາທີ່ກຳລັງສຶກສາຢູ່ທີ່ ວິທະຍາໄລ ລາວ-ທ໊ອບ ໃນສົກສຶກສາ 2018-2019 ນີ້ເທົ່ານັ້ນ…

read more

ຜ່ານໄປແລ້ວກັບກິດຈະກຳຮັບນ້ອງໃໝ່ໃນວັນທີ 29/9/2018 ທີ່ຜ່ານມາ ທີ່ເດີ່ນກິລາ ລ້ານຊ້າງ. ໃຫ້ກຽດເຂົ້າຮ່ວມໂດຍທ່ານປະທານ ກວັນຢຸງວຸກ (ປະທານວິທະຍາໄລ) ແລະ ທ່ານ ລຳໄພ ຂຸນດາວົງ (ອຳນວຍການ) ໃນງານນີ້ນອກຈາກເປັນງານຮັບນ້ອງແລ້ວ ຍັງເປັນກິດຈະກຳຕ້ອນຮັບວັນຄູທີ່ຈະມາເຖິງນີ້ອີກດ້ວຍ ທ່ານ ກວັນຢຸງວຸກ ໄດ້ຂຶ້ນກ່າວເປີດພິທີແບບເກົາຫຼີ ໂດຍໃຫ້ນັກສຶກສາປີ 1 ລຸກຂຶ້ນສະບາຍດີລຸ້ນອ້າຍແຕ່ລະຄົນ ແລ້ວທ່ານຍັງໄດ້ກ່າວສະແດງຄວາມຂອບໃຈນັກສຶກສາແຕ່ລະປີທີ່ເລືອກວິທະຍາໄລ ລາວ-ທ໊ອບ ເປັນສະຖານສຶກສາ ນອກນັ້ນ ທ່ານ ລຳໄພ ຂຸນດາວົງ ຍັງໄດ້ຂຶ້ນກ່າວກ່ຽວວັນຄູ ແລະ ຄວາມສຳຄັນຂອງຄູ ໃຫ້ນ້ອງໆນັກສຶກສາໄດ້ ຮູ້ ແລະ ເຂົ້າໃຈເຖິງຄວາມສຳຄັນຂອງວັນຄູ ຈາກນັ້ນກໍເປັນການເລີ່ມກິດຈະກຳຕ່າງ ໂດຍມີ ອຈ ສົມປະສົງ ວົງຖາວອນ ເປັນຜູ້ນຳພາແຕ່ລະກິດຈະ ໂດຍການເຂົ້າຮ່ວມຂອງຄະນະຄູອາຈານ…

read more

ກອງປະຊຸມເຜີຍແຜ່ກົດລະບຽບສະຫະພັນແມ່ຍິງຮາກຖານ ທີ່ ວິທະຍາໄລ ລາວ-ທ໊ອບ, ວັນທີ 16 ກຸມພາ 2018 ໃນຕອນເຊົ້າ ວັນທີ 16 ກຸມພາ 2018, ທີ່ຫ້ອງ Lecture ຂອງວິທະຍາໄລ ລາວ-ທ໊ອບ, ສະພະພັນແມ່ຍິງ ຮາກຖານຂອງ ວິທະຍາໄລ ລາວ-ທ໊ອບ ໄດ້ໄຂກອງປະຊຸມເຜີຍແຜ່ກົດລະບຽບ ແລະ ກົດໝາຍຂອງສະຫະພັນແມ່ຍິງ. ກອງປະຊຸມເຜີຍແຜ່ຄັ້ງນີ້ຖືເປັນຄັ້ງ ທຳອິດຂອງວິທະຍາໄລ ເຊິ່ງມີຄວາມໝາຍຄວາມສຳຄັນຍິ່ງຂອງວຽກງານສະຫະພັນແມ່ຍິງໃນການຍົກສູງພາລະບົດບາດ ຂອງແມ່ຍິງ ໃນວິທະຍາໄລ ລາວ-ທ໊ອບ ກໍຄືແມ່ຍິງໃນທົ່ວປະເທດລາວ. ໃຫ້ກຽດເຂົ້າຮ່ວມໃນຄັ້ງນີ້ແມ່ນ ທ່ານ ນາງ ສີດາ ມັດຕິກາ ຮອງອຳນວຍການຝ່າຍບໍລິຫານ ແລະ ຍັງເປັນເລຂາບໍລິຫານງານ ສະຫະພັນແມ່ຍິງຮາກຖານຂອງວິທະຍາໄລ ລາວ-ທ໊ອບ ພ້ອມດ້ວຍຄະນະບໍລິຫານງານສະຫະພັນຍິງ…

read more

Spelling Bee 2018 Spelling Bee ແມ່ນຫຍັງ?   ການແຂ່ງຂັນ Spelling Bee ແມ່ນການແຂ່ງຂັນສະກົດຄຳພາສາອັງກິດ ເຊິ່ງຕົ້ນກຳເນີດແມ່ນມາຈາກປະເທດອາເມລິກາ ສຳລັບກົດໃນການແຂ່ງຂັນ ແມ່ນຈະມີຄຳສັບໃຫ້ຜູ້ເຂົ້າແຂ່ງຂັນໄດ້ໄປທ່ອງກ່ອນປະມານ 400 ຄຳສັບ ເມື່ອຮອດມື້ແຂ່ງຂັນແມ່ນຈະຕ້ອງໄດ້ຂຶ້ນມາສະກົດຄຳສັບເທື່ອລະຄົນ ໂດຍໃຫ້ສະກົດຄຳຕາມທີ່ກຳມະການໄດ້ອ່ານ. ຜູ້ເຂົ້າແຂ່ງຂັນຕ້ອງເວົ້າຄຳສັບນັ້ນຄືນກ່ອນ ເພື່ອໃຫ້ໝັ້ນໃຈວ່າເຂົ້າໃຈຄຳສັບດັ່ງກ່າວແລ້ວ ຜູ້ເຂົ້າແຂ່ງຂັນຈະຕ້ອງສະກົດຄຳຢ່າງຊ້າໆ ແລະ ລະມັດລະວັງ ຜູ້ເຂົ້າແຂ່ງຂັນຈະຕ້ອງເວົ້າຄຳສັບນັ້ນຄືນອີກຄັ້ງ ຫຼັງຈາກສະກົດຄຳດັ່ງກ່າວແລ້ວ ເປັນຈັ່ງໃດແດ່ ພໍເຂົ້າໃຈແດ່ແລ້ວບໍ່ວ່າການແຂ່ງຂັນສະກົດຄຳ Spelling Bee ເປັນຄຳແນວໃດ ຖ້າຫາກວ່ານ້ອງໆບໍ່ເຂົ້າໃຈບ່ອນໃດ ສະມາດສອບຖາມເພີ່ມຕື່ມໄດ້ເລີຍ

read more

ເປີດຮັບນັກສຶກສາ ສາຂາພາສາອັງກິດ ຊຸດໃໝ່ ວິທະຍາໄລ ລາວ-ທ໊ອບ ເປີດຮັບນັກສຶກສາ ສາຂາພາສາອັງກິດ ຊຸດໃໝ່ ຫ້ອງປີກຽມ Foundation ເລີ່ມຮຽນວັນທີ 2/1/2018 ສາຂາພາສາອັງກິດ ຫ້ອງປີກຽມ ວິຊາຮຽນ ຊ່ວງຮຽນ Writing Grammar Speaking Screen Vocabulary 2 2 2 1 2 ສຳລັບຫ້ອງທີ່ໃຫຍ່ຂຶ້ນແມ່ນຈະໄດ້ພົບກັບອາຈານຕ່າງປະເທດທີ່ຫຼາຍຂຶ້ນ ແລະ ຍັງໄດ້ຮຽນຄອມພິວເຕີພ້ອມ  

read more