Intensive Course 2015 ສຳເລັດບັ້ນເຝິກອົບຮົມພາສາອັງກິດສຳລັບພະນັກງານຈາກກະຊວງໂຍທາ ໃນວັນສຸກທີ 11/09/2015 ທີ່ຜ່ານມາ ທີ່ວິທະຍາໄລ ລາວ-ທ໊ອບ ໄດ້ມີພິທີມອບຮັບໃບຢັ້ງຢືນໃຫ້ແກ່ບັນດາພະນັກງານຈາກກະຊວງໂຍທາທິການ ແລະ ຂົນສົ່ງ ທີ່ໄດ້ເຂົ້າເຝິກອົບຮົມພາສາອັງກິດໄລຍະສັ້ນ ເພື່ອຍົກລະດັບຄວາມຮູ້ຄວາມສາມາດ ໃນການສື່ສານພາສາອັງກິດ ແລະ ເພື່ອກຽມຄວາມພ້ອມກ່ອນເຂົ້າປະຊາຄົມອາຊຽນໃນທ້າຍປີນີ້ ໃນບັ້ນເຝິກອົບຮົມຊຸດນີ້ມີຈຳນວນຜູ້ເຂົ້າຮ່ວມທັງໝົດ 13 ຄົນ ເຊິ່ງໄດ້ຕັ້ງໃຈສຶກສາຮ່ຳຮຽນຢ່າງສຸດກົກສຸດປາຍ ເພື່ອຍາດແຍ່ງເອົາຄວາມຮູ້ຄວາມສາມາດຈາກອາຈານ ຜູ້ຖ່າຍທອດຄວາມຮູ້ ເຊິ່ງມີທັງລາວ ແລະ ຕ່າງປະເທດ. ການຈັດເຝິກອົບຮົມຊຸດນີ້ເປັນຄັ້ງທີສອງສຳລັບວິທະຍາໄລ ລາວ-ທ໊ອບ. ຄັ້ງທຳອິດແມ່ນເມື່ອປີ 2012 ເຊິ່ງແມ່ນຄະນະຈາກ ມະຫາວິທະຍາໄລ ວິທະຍາສາດສຸຂະພາບ ໄດ້ສົ່ງ ຄູອາຈານ ແລະ ພະນັກງານ ຈຳນວນທັງໝົດ 60 ຄົນມາຈັດເຝິກອົບຮົມຍົກລະດັບທັງພາສາອັງກິດ ແລະ…
read moreNEW BAG – NEW TERM This term we have released the brand new bag for students in affordable price 10,000kip These are our super models from year IV (Last batch of bachelor degree) To be in trended, to stay up to date…
read moreທີມເຊຍລາວທ໊ອບ ໄດ້ຮັບລາງວັນຮອງອັນດັບໜຶ່ງໃນປີ 2014 ເຊິ່ງເປັນການເຂົ້າຮ່ວມແຂ່ງຂັນ ການເຕັ້ນເຊຍຄັ້ງທຳອິດ ແລະ ໄດ້ຮອງອັນດັບ 3 ໃນປີ 2015ສຳລັບປີນີ້ ພວກເຮົາຕ້ອງການເຈົ້າ ເຂົ້າມາຮ່ວມທີມນຳ ເພື່ອມາສ້າງປະຫວັດສາດອັນສຳຄັນ ໃຫ້ແກ່ທີມເຊຍລາວທ໊ອບ ອີກຄັ້ງ ເຮົາຈະມາຍົກຖ້ວຍແຊ້ມນຳກັນ Toyota Vigo Happy Day Posted by Lao-Top College on Tuesday, September 1, 2015 ກຳລັງໂຫລດ…
read moreກຽມຈັດຊຸດເຝິກອົບຮົມການສ້າງຫຸ່ນຍົນ ເພື່ອເຂົ້າແຂ່ງຂັນຫຸ່ນຍົນປະຈຳປີ 2016 ເພື່ອເປັນການກຽມຄວາມພ້ອມໃຫ້ກັບນັກສຶກສາ ທາງວິທະຍາໄລ ລາວ-ທ໊ອບຂໍປະກາດຮັບສະມັກສະມາຊິກທີມແຂ່ງຂັນຫຸ່ນຍົນ ເຊິ່ງຈະໄດ້ແບ່ງອອກເປັນ 2 ທີມຄື ທີມຫຸ່ນອັດຕະໂນມັດ ທີມຫຸ່ນຄວບຄຸມດ້ວຍມື ທັງສອງທີມຈະໄດ້ຮັບການເຝິກອົບຮົມດ້ານການສ້າງ ແລະ ຂຽນໂປຣແກຣມຫຸ່ນຍົນ ເພື່ອເຂົ້າຮ່ວມແຂ່ງຂັນຫຸ່ນຍົນປະຈຳປີ 2016 ເຊິ່ງຈະຈັດຂຶ້ນໃນຊ່ວງເດືອນພະຈິກ ໂດຍ ຄະນະວິສະວະກຳສາດ ເປັນເຈົ້າພາບ ແລະ ຍັງເປັນການສະເຫຼີມສະຫຼອງ ມະຫາວິທະຍາໄລ ແຫ່ງຊາດຄົບຮອບ 20 ປີ ລາຍລະອຽດຕ່າງໆແມ່ນສອບຖາມກັບ ອາຈານ ສົມປະສົງ ວົງຖາວອນ
read moreວັນທີ 19-22 ເດືອນ ກັນຍາ ປີ 2015 ໄດ້ມີພິທີຜ່ານບົດຈົບຊັ້ນຂອງນັກສຶກສາປີສຸດທ້າຍ ສາຂາ ພາສາອັງກິດ, ໄອທີ, ຄອມພິວເຕີທຸລະກິດ ແລະ ການເງິນ-ການບັນຊີ ພິທີຜ່ານບົດຈົບຊັ້ນຂອງບັນດານັກສຶກສາທັງສາຍພາສາອັງກິດ(ປະລິນຍາຕີ) ແລະ ສາຍຊັ້ນສູງ ເຊິ່ງລວມມີ ໄອທີ(ຊຸດທຳອິດ), ການເງິນ-ການບັນຊີ(ຊຸດທຳອິດ) ແລະ ຄອມພິວເຕີທຸລະກິດ(ຊຸດທີສາມ) ບັນຍາກາດການຜ່ານບົດຈົບຊັ້ນເຕັມໄປດ້ວຍຄວາມອົບອຸ່ນ ແລະ ຄຶກຄື້ນ ເປັນພິເສດ ເນື່ອງຈາກວ່າໃນປີນີ້ ການຜ່ານບົດຈົບຊັ້ນມີນັກສຶກສາລວມກັນທັງໝົດ 100 ກວ່າຄົນ. ວັນທີ 19-20 ເປັນການຜ່ານບົດຈົບຊັ້ນຂອງນັກສຶກສາສາຍພາສາອັງກິດ ວັນທີ 22 ເປັນການຜ່ານບົດຈົບຊັ້ນຂອງນັກສຶກສາສາຍ ໄອທີ, ຄອມພິວເຕີທຸລະກິດ ແລະ ການເງິນ-ການບັນຊີ ເພື່ອເປັນການສ້າງຂວັນ,…
read moreກອງປະຊຸມຄັ້ງປະຖົມມະເລີກ ຂອງຄະນະບໍລິຫານງານຊາວໜຸ່ມ ວິທະຍາໄລ ລາວ-ທ໊ອບຄັ້ງວັນທີ 24/7/2015 ໃນຕອນເຊົ້າຂອງວັນທີ 24/7/2015 ທີ່ຜ່ານມາ ວິທະຍາໄລ ລາວ-ທ໊ອບ ໄດ້ເປີດກອງປະຊຸມຄະນະບໍລິຫານງານຊາວໜຸ່ມຮອບປະຖົມມະເລີກ ເພື່ອເປັນການເຜີຍແຜ່ເອກະສານອານຸມັດການຈັດຕັ້ງຄະນະບໍລິຫານງານຊາວໜຸ່ມຂອງວິທະຍາໄລ ພ້ອມກັນນີ້ ຍັງເປັນການເຜີຍແຜ່ບັນດາກົດລະບຽບຕ່າງໆໃຫ້ແກ່ຊະມາຊິກຊາວໜຸ່ມທັງເກ່ົາ ແລະ ໃໝ່ໄດ້ຮັບຊາບທົ່ວເຖິງກັນ. ກອງປະຊຸມຄັ້ງນີ້ ໄດ້ມີ ທ່ານ ນາຍບ້ານ ບ້ານໂພນປ່າເປົ້າ, ເລຂາບໍລິຫານງານຊາວໜຸ່ມ ບ້ານໂພນປ່າເປົ້າ ແລະ ເລຂາບໍລິຫານງານຊາວໜຸ່ມ ຄະນະນິຕິສາດ-ລັດຖະສາດ ເຂົ້າຮ່ວມເພື່ອເປັນສັກຂີພະຍານໃນກອງປະຊຸມ ທ່ານ ກວັນຢຸງວຸກ ອຳນວຍການ ວິທະຍາໄລ ລາວ-ທ໊ອບ ໄດ້ຂຶ້ນປະກອບສ່ວນຄຳຄິດເຫັນ ແລະ ແບ່ງປັນປະສົບການວຽກງານຊາວໜຸ່ມຈາກປະເທດເກົາຫຼີໃຕ້ ໃຫ້ແກ່ນັກບັນດາຊາວໜຸ່ມນັກສຶກສາ. ທ່ານໄດ້ກ່າວວ່າ “ປະເທດລາວ ແລະ ປະເທດເກົາຫຼີ ໄດ້ມີການເຄື່ອນໄຫວທີ່ຄ້າຍຄືກັນ ຄືມີການປະກອບສ່ວນເຂົ້າໃນວຽກງານຂອງຊາດ…
read moreໃນວັນທີ 4-5 ກໍລະກົດ 2015 ໄດ້ມີການຈັດເຝິກອົບຮົມການຂຽນໂປຣແກຣມຄວບຄຸມຫຸ່ນຍົນ ຂັນຕົ້ນ ດ້ວຍພາສາຊີ ໃຫ້ແກ່ນັກສຶກສາ ສາຂາໄອທີ ແລະ ຄອມພິວເຕີທຸລະກິດ ໂດຍມີການເຊີນວິທະຍາກອນຈາກປະເທດໄທ ອາຈານ ສຶບສັກ ສະຫວັດ ມີເປັນວິທະຍາກອນໃນຄັງນີ້. ງານເຝິກອົບຮົມຄັງນີ້ໄດ້ດຳເນີນໄປສອງມື້ ຄືວັນທີ 4 ແລະ ທີ 5 ໂດຍຈຸດປະສົງແມ່ນເພື່ອໃຫ້ນັກສຶກສາທີ່ມີພື້ນຖານການຂຽນໂປຣແກຣມຢູ່ແລ້ວ ໄດ້ມາລອງປະຕິບັດໂຕຈິງ ກັບຫຸ່ນຍົນ ເຊິ່ງມີການຂຽນໂປຣແກຣມຄວບຄຸມຫຸ່ນຍົນອັດຕະໂນມັດ ແລະ ຫຼົບຫຼີກສິ່ງຂອງຕ່າງໆ, ສ້າງແຮງບັນດານໃຈໃຫ້ນັກສຶກສາໄດ້ມີການທົດລອງຄົ້ນຄວ້າດ້ວຍຕົນເອງ ເພື່ອເປັນການພັດທະນາຄວາມຮູ້ ຄວາມສາມາດທາງໄດ້ການຂຽນໂປຣແກຣມຄວບຄຸມຫຸ່ນຍົນ. ເນື່ອງຈາກປະເທດເຮົາກຳລັງມີບັນດາອຸດສາຫະກຳຂະແໜງການຕ່າງໆເຂົາປະດຳເນີນທຸລະກິດເປັນຈຳນວນຫຼາຍ. ເຊິ່ງໃນອຸດສາຫະກຳນັ້ນຈະໃຊ້ຫຸ່ນຍົນເຮັດວຽກເປັນຫຼັກ ຈຶ່ງເປັນສິ່ງທີ່ສຳຄັນຫຼາຍ ທີ່ນັກສຶກສາຂອງວິທະຍາໄລ ລາວ-ທ໊ອບ ໄດ້ມີໂອການຮຽນຮູ້ສິ່ງເຫຼົ່ານີ້ ເພື່ອພັດທະນາ ຕໍຍອດຄວາມສາມາດຂອງຕົນເອງ ເພື່ອພັດທະນາຊຸມຊົນ ກໍຄືການພັດທະນາປະເທດຊາດໃຫ້ມີຄວາມທັນສະໄໝ ທຽບເທົ່າກັບປະເທດອື່ນ….
read more{pdf=http://laotop.net/images/Laotop/Ivory-Post/Ivory-post-issue-17.pdf|750|1200|viewer}
read more