ໃນວັນເສົາທີ 20 ເດືອນ ກຸມພາ 2021 ທີເດີ່ນ ບານເຕະ Ferrari ທາງວິທະຍາໄລ ລາວ-ທ໊ອບ ໄດ້ຈັດພິທີເປີດການແຂ່ງຂັນບານເຕະປະຈຳປີຂອງວິທະຍາໄລ ໂດຍ ທ່ານ ພັນທະວິໄລ ນວນຮຸນ ປະທານສະໂມສອນ ລາວ-ທ໊ອບ ເອັບຊີ. ວັດຖຸປະສົງໃນການຈັດການແຂ່ງຂັນບານເຕະປະຈຳວິທະຍາໄລໃນຄັ້ງແມ່ນ ເພື່ອສ້າງຂະບວນການຟົດຟືນ ແລະ ຄວມສາມັກໃນວິທະຍາໄລ, ເພື່ອເປັນການຄຳນັບຮັບຕອນວັນແມ່ຍິງສາກົນ ວັນທີ 8 ເດືອນ ມັງກອນ 2021 ທີ່ຈະມາເຖິງນີ້ ແລະ ເພື່ອເປັນການປະຕິປະຕາມ 5 ຫັກມູນການສຶກສາ ທີ່ທາງກະຊວງສຶກສາ ແລະ ກິລາວາງອອກ ການເປີດການແຂ່ງຂັນໃນຄັ້ງນີ້ໄດ້ມີທາງຄູອານຈານ, ພະນັກງານ ແລະ ນ້ອງໆນັກສຶກສາຈາກທຸກສາຂອງວິທະຍາໄລ ລາວ-ທ໊ອບ ເຂົ້າຮ່ວມເປັນຈຳນວນຫຼາຍ…

read more

ກອງປະຊຸມເຜີຍແຜ່ກົດລະບຽບສະຫະພັນແມ່ຍິງຮາກຖານ ທີ່ ວິທະຍາໄລ ລາວ-ທ໊ອບ, ວັນທີ 16 ກຸມພາ 2018 ໃນຕອນເຊົ້າ ວັນທີ 16 ກຸມພາ 2018, ທີ່ຫ້ອງ Lecture ຂອງວິທະຍາໄລ ລາວ-ທ໊ອບ, ສະພະພັນແມ່ຍິງ ຮາກຖານຂອງ ວິທະຍາໄລ ລາວ-ທ໊ອບ ໄດ້ໄຂກອງປະຊຸມເຜີຍແຜ່ກົດລະບຽບ ແລະ ກົດໝາຍຂອງສະຫະພັນແມ່ຍິງ. ກອງປະຊຸມເຜີຍແຜ່ຄັ້ງນີ້ຖືເປັນຄັ້ງ ທຳອິດຂອງວິທະຍາໄລ ເຊິ່ງມີຄວາມໝາຍຄວາມສຳຄັນຍິ່ງຂອງວຽກງານສະຫະພັນແມ່ຍິງໃນການຍົກສູງພາລະບົດບາດ ຂອງແມ່ຍິງ ໃນວິທະຍາໄລ ລາວ-ທ໊ອບ ກໍຄືແມ່ຍິງໃນທົ່ວປະເທດລາວ. ໃຫ້ກຽດເຂົ້າຮ່ວມໃນຄັ້ງນີ້ແມ່ນ ທ່ານ ນາງ ສີດາ ມັດຕິກາ ຮອງອຳນວຍການຝ່າຍບໍລິຫານ ແລະ ຍັງເປັນເລຂາບໍລິຫານງານ ສະຫະພັນແມ່ຍິງຮາກຖານຂອງວິທະຍາໄລ ລາວ-ທ໊ອບ ພ້ອມດ້ວຍຄະນະບໍລິຫານງານສະຫະພັນຍິງ…

read more

ເປີດຮັບນັກສຶກສາ ສາຂາພາສາອັງກິດ ຊຸດໃໝ່ ວິທະຍາໄລ ລາວ-ທ໊ອບ ເປີດຮັບນັກສຶກສາ ສາຂາພາສາອັງກິດ ຊຸດໃໝ່ ຫ້ອງປີກຽມ Foundation ເລີ່ມຮຽນວັນທີ 2/1/2018 ສາຂາພາສາອັງກິດ ຫ້ອງປີກຽມ ວິຊາຮຽນ ຊ່ວງຮຽນ Writing Grammar Speaking Screen Vocabulary 2 2 2 1 2 ສຳລັບຫ້ອງທີ່ໃຫຍ່ຂຶ້ນແມ່ນຈະໄດ້ພົບກັບອາຈານຕ່າງປະເທດທີ່ຫຼາຍຂຶ້ນ ແລະ ຍັງໄດ້ຮຽນຄອມພິວເຕີພ້ອມ  

read more

ວິທະຍາໄລ ລາວ-ທ໊ອບ ຈັດພິທີສະຫຼຸບສົກຮຽນ 2016-2017 ໃນວັນທີ 21 ຕຸລາ 2017 ທີ່ຜ່ານມາ ວິທະຍາໄລ ລາວ-ທ໊ອບ ໄດ້ຈັດພິທີສະຫຼຸບສົກສຶກສາ 2016-2017 ທີ່ຫ້ອງ Top Hall ວິທະຍາໄລ ລາວ-ທ໊ອບ(ອາຄານໃໝ່). ເປັນກຽດເຂົ້າຮ່ວມໂດຍທ່ານ ກວັນຢຸງວຸກ ປະທານວິທະຍາໄລ ລາວ-ທ໊ອບ, ທ່ານ ລຳໄພ ຂຸນດາວົງ ອຳນວຍການວິທະຍາໄລ ລາວ-ທ໊ອບ, ທ່ານ ພັນທະວິໄລ ນວນຮຸ່ນ ຮອງອຳນວຍການຝ່າຍວິຊາການ ຕະຫຼອດເຖິງນັກສຶກສາທີ່ສຳເລັດການສຶກສາໃນສົກຮຽນ 2016-2017 ພ້ອມດ້ວຍພໍ່ແມ່ຜູ້ປົກຄອງກໍເປັນກຽດເຂົ້າຮ່ວມ. ໃນພິທີດັ່ງກ່າວ ທ່ານ ພັນທະວິໄລ ນວນຮຸ່ນ ຮອງອຳນວຍການຝ່າຍວິຊາການ ໄດ້ຂຶ້ນຜ່ານບົດສະຫຼຸບຫຍໍ້ການເຄື່ອນໄຫວທີ່ໃນສົກຮຽນທີ່ຜ່ານມາ. ນອກຈາກນັ້ນ, ກໍໄດ້ມີພິທີມອບໃບຍ້ອງຍໍແກ່ຄູອາຈານທີ່ດີເດັ່ນໃນສົກຮຽນຮຽນ…

read more

ພິທີຜ່ານບົດຈົບຊັ້ນ ສົກສຶກສາ 2016-2017 ໃນວັນທີ 18/08/2017 ທີ່ ວິທະຍາໄລ ລາວ-ທ໊ອບ ໄດ້ມີພິທີຜ່ານບົດຈົບຊັ້ນຂອງນັກສຶກສາ ສາຂາ ພາສາອັງກິດ ລະດັບຊັ້ນສູງ. ເຊິ່ງເປັນມື້ທີ່ພິສູດໃຫ້ເຫັນເຖິງຄວາມພຽນພະຍາຍາມຂອງນັກສຶກສາ ໃນການສຶກສາຕະຫຼອດໄລຍະເວລາ 3 ປີທີ່ຜ່ານມາ. ມີນັກສຶກສາທັງໝົດ 64 ຄົນ ໃນການຜ່ານບົດຄັ້ງນີ້. ທັງໝົດໄດ້ຖືກແບ່ງອອກເປັນ 3 ຫ້ອງໃນການຜ່ານບົດຈົບຊັ້ນເຊິ່ງລວມມີຫ້ອງ Lecture, Lecture 1 ແລະ Top Hall. ຜົນສຳເລັດໃນຄັ້ງນີ້ ມັນເປັນພຽງບາດກ້າວທຳອິດຂອງນັກສຶກສາ ກ່ອນອອກປະເຊີນສູ່ສັງຄົມໂຕຈິງ. ຂໍໃຫ້ນັກສຶກສາທຸກຄົນຈົ່ງນຳໃຊ້ຄວາມຮູ້ ຄວາມສາມາດທີ່ຕົນເອງໄດ້ຮໍ່າຮຽນມາໃນການປະກອບອາຊີບວຽກເຮັດງານທຳ ໃຫ້ສຳເລັດຜົນຕໍໄປ ຫວັງຢ່່າງຍິ່ງວ່າບົດຮຽນທີ່ນັກສຶກສາໄດ້ຮັບໃນ ວິທະຍາໄລ ລາວ-ທ໊ອບ ນີ້ ຈະເປັນໂຕຊ່ວຍໃຫ້ບັນລຸເຖິງຜົນສຳເລັດ

read more

ສະບາຍດີປີໃໝ່ ພ.ສ 2560 ຜ່ານໄປແລ້ວກັບກັບງານກຸດສົງການ ປີໃໝ່ລາວ ເຊິ່ງໃນປີນີ້ ວິທະຍາໄລ ລາວ-ທ໊ອບ ກໍໄດ້ຈັດງານລ້ຽງສະຫຼອງຄືດັ່ງກັບທຸກໆປີ ແຕ່ມີສິ່ງທີ່ພິເສດກໍຄື ເປັນງານໂຮມຊຸມນຸມອາດິດນັກສຶກສາ ທີ່ຮຽນຈົບໄປແລ້ວ  ເຊິ່ງມີນັກສຶກສາມາຮ່ວມງານຢ່າໜາຕາດັ່ງເຊັ່ນທຸກໆປີ. ເຊິ່ງໃນງານກໍເຕັມໄປດ້ວຍບັນຍາກາດມ່ວນຊື່ ແລະ ອົບອຸ່ນເປັນກັນເອງ ມີທັງຄະນະອຳນວຍການ, ຄະນະບໍລິຫານ ຕະຫຼອດເຖິງອາຈານແຕ່ລະສາຂາວິຊາກໍເຂົ້າຮ່ວມ. ມີທັງພິທີບາຍສີສູ່ຂວັນ. ທ່ານ ອາຈານ ລຳໄພ ຂຸນດາວົງ ອຳນວຍການ ວິທະຍາໄລ ລາວ-ທ໊ອບ ກໍໄດ້ໃຫ້ກຽດຂຶ້ນອວຍພອນໄຊໃຫ້ແກ່ຄູອາຈານ ຕະຫຼອດເຖິງນັກສຶກສາທຸກໆສາຂາ ໃຫ້ມີຄວາມສຸກກາຍ ສະບາຍໃຈ ພົ້ນໄພອັນຕະລາຍທັງປວງ ແລະ ຫຼິ້ນປີໃໝ່ກັນຢ່າງປອດໄພ ຖືກກັບຮີດຄອງປະເພນີອັນດີງາມ. ພາບບັນຍາກາດບາງສ່ວນໃນງານລ້ຽງ ເບິ່ງຕື່ມໄດ້ທີ່ເພຈ Facebook.com/laotop

read more

Welcoming Sogang University ໃນວັນທີ 13 ກຸມພາ 2017, ວິທະຍາໄລ ລາວ-ທ໊ອບ ໄດ້ຕ້ອນຮັບການມາຢ້ຽມຢາມແລກປ່ຽນວັດທະນະທຳຄັ້ງທີ່ສອງຈາກນັກສຶກສາ ມະຫາວິທະຍາໄລ ໂຊກັງ ປະເທດເກົາຫຼີ. ການມາຢ້ຽມຢາມຈາກຄະນະຄູອາຈານ ແລະ ນັກສຶກສາ ມະຫາວິທະຍາໄລ ໂຊກັງ ໃນຄັ້ງນີ້ແມ່ນເພື່ອການມາແລກປ່ຽນວັດທະນະທຳກັນລະຫວ່າງນັກສຶກສາລາວ ແລະ ເກົາຫຼີ. ນອກນັ້ນ, ຍັງເປັນການມາທັດສະນະສຶກສາຂອງມະຫາວິທະຍາໄລດັ່ງກ່າວດ້ວຍ. ຄູ່ອາຈານແລະນັກສຶກສາທີ່ມາໃນຄັ້ງນີ້ແມ່ນມີປະມາ 30 ກວ່າຄົນ. ທາງວິທະຍາໄລ ລາວ-ທ໊ອບເຮົາກໍໄດ້ຕ້ອນຮັບການມາຢ້ຽມຢາມຄັ້ງນີ້ດ້ວຍດີ ໂດຍການກະກຽມບົດຟ້ອນທີ່ມີຊື່ວ່າ ສາວລາວມ່ວນຊື່ ໃຫ້ແກ່ນັກສຶກສາເກົາຫຼີໄດ້ຊົມ. ນອກນັ້ນ ຍັງມີການແລກປ່ຽນຂອງທີ່ລະນຶກກັນລະວ່າງນັກສຶກສາທັງສອງປະເທດ. ໃນທ້າຍງານ ທາງທີມຟ້ອມຂອງວິທະຍາໄລ ລາວ-ທ໊ອບ ໄດ້ສອນວິທີເຕັ້ນບາສະລົບໃຫ້ແກ່ນັກສຶກສາເກົາຫຼີ ເຊິ່ງໄດ້ຮັບຄວາມສົນໃຈຈາກທຸກຄົນໆ

read more

ໃນວັນສຸກ ທີ 10 ກຸມພາ 2017 ທີ່ວິທະຍາໄລ ລາວ-ທ໊ອບ ໄດ້ມີການເປີດນຳໃຊ້ອາຄານຫ້ອງການຫຼັງໃໝ່ ເຊິ່ງເປັນກຽດເຂົ້າຮ່ວມໂດຍ ທ່ານ ຮສປອ ສາຍຂອງ ສາຍນະສິນ ຫົວໜ້າກົມການສຶກສາຊັ້ນສູງ ແລະ ໂຕແທນຈາກພາກສ່ວນຕ່າງໆ, ອາຈານ ແລະ ນັກສຶກສາຈາກ ວິທະຍາໄລ ລາວ-ທ໊ອບ. ວິທະຍາໄລ ລາວ-ທ໊ອບ ໄດ້ດຳເນີນການຮຽນການສອນມາແຕ່ປີ 2017 ເປັນຕົ້ນມາ. ໃນເບື້ອງຕົ້ນ ວິທະຍາໄລ ໄດ້ເປີດການຮຽນການສອນຫຼັກສູດເຝິກອົບຮົມພາສາອັງກິດໄລຍະສັ້ນເລີ່ມຕົ້ນຈາກນັກຮຽນພຽງ 100 ກວ່າຄົນ. ຕໍ່ມາຈຶ່ງໄດ້ຮັບອານຸມັດຈາກກະຊວງສຶກສາທິການ ແລະ ກິລາ ໃຫ້ດຳເນີນຫຼັກສູດຊັ້ນສູງພາສາອັງກິດ.ເຊິ່ງເປັນບາດກ້າວທຳອິດຂອງວິທະຍາໄລ ລາວ-ທ໊ອບ ໃນປີ 2009 ທາງຄະນະບໍລິຫານ ຈຶ່ງໄດ້ຕັດສິນໃຈສ້າງອາຄານຫຼັງໃໝ່ ທີ່ ບ້ານໂພນປ່າເປົ້າ,…

read more

ຜົນງານທີ່ຜ່ານມາໃນປີ 2016 ຂອງວິທະຍາໄລ ລາວ-ທ໊ອບ ໃນນີ້ຈະເປັນການສະຫຼຸບຜົນງານການເຄື່ອນໄຫວທາງດ້ານກິດຈະກຳໃນ ແລະ ນອກຫຼັກສູດ ຂອງວິທະຍາໄລ ລາວ-ທ໊ອບ ໃນປີ 2016 ເພື່ອໃຫ້ນັກສຶກສາໄດ້ຮັບຮູ້ແລະຮັບຊາບໄປພ້ອມໆກັນ

read more