ສານຈາກອຳນວຍການ ວິທະຍາໄລ ລາວ-ທ໊ອບ ໃກ້ຈະຮອດຍາມເສັງທ້າຍພາກຮຽນແລ້ວ ນັກສຶກສາຫຼາຍຄົນກໍກຳລັງຂຸ້ນຂ້ຽວໃສ່ໃນການເບິ່ງບົດຮໍ່າບົດຮຽນເພື່ອຈະຍາດເອົາຜົນເສັງໃຫ້ດີທີ່ສຸດ ເພື່ອເປັນການພິສູດວ່າຕົນເອງມີຄວາມມານະອົດທົນພຽງໃດ ທ່ານ ອາຈານ ລຳໄພ ຂຸນດາວົງ ອຳນວຍການວິທະຍາໄລ ລາວ-ທ໊ອບ ກໍໄດ້ສົ່ງສານອວຍພອນເຖິງນັກສຶກສາ ດ້ວຍຄວາມເປັນຫ່ວງເປັນໄຍດັ່ງນີ້: ຂໍໃຫ້ນັກສຶກສາໝົດທຸກຄົນ ຈົ່ງພາກັນສຶກສາຮໍ່າຮຽນ ເພື່ອຍາດເອົາຄະແນນທີ່ດີໃນການສອບເສັງທ້າຍເທີມນີ້ ບໍ່ວ່າຈະເປັນພາກວິຊາພາສາອັງກິດ, ຄອມພິວເຕີ ຫຼື ບໍລິຫານທຸລະກິດ ກໍດີ. ໃຫ້ທຸກຄົນເອົາໃຈໃສ່ໃນການຮຽນ ແລະ ຈັດສັນເວລາໃຫ້ເກີດປະໂຫຍດສູງສຸດ. ສຸດທ້າຍນີ້ ເນື່ອງໃນໂອກາດໃກ້ຈະຮອດປີໃໝ່ສາກົນ ກໍຂໍອວຍໄຊໃຫ້ພອນແກ່ບັນດານັກສຶກສາໝົດທຸກຄົນ ຈົ່ງມີສຸຂະພາບເຂັ້ມແຂງ ດູແລຮັກສາສຸຂະພາບຕົນເອງໃຫ້ດີໆ ເພື່ອການຮຽນທີ່ດີໄປພ້ອມໆກັນ. ປີໃໝ່ຟ້າໃໝ່ນີ້, ຜູ້ໃດທີ່ຍັງບໍ່ທັນເອົາໃຈໃສ່ ຍັງມັກຂາດຮຽນ ກໍຂໍໃຫ້ປັບປຸງປ່ຽນແປງຕົນເອງ ໃຫ້ເປັນຄົນທີ່ດີຂຶ້ນກ່ອນເກົ່າ ເປັນນັກຮຽນທີ່ດີ, ເປັນລູກທີ່ດີ ແລະ ເປັນພົນລະເມືອງທີ່ດີ ຈາກສານຂອງທ່ານອຳນວຍການ ວິທະຍາໄລ…

read more

Director meets freshman students ອຳນວຍການພົບປະກັບນັກສຶກສາໃໝ່ On Sep 15, 2016, Director of Lao-Top College Prof. Lamphay Khoundavong met freshman students from department of Finance-Accounting, IT, and Computer Business. The director started from these classes to spread regulations, events, and term calendar. He told…

read more

ລາວ-ທ໊ອບ ເປີດເທີມໃໝ່ 05/09/2016 ເປີດຮັບສະມັກນັກສຶກສາ ວິທະຍາໄລ ລາວ-ທ໊ອບ ຮັບນັກສຶກສາ ສົກສຶກສາ 2016-2017 ຫຼັກສູດຊັ້ນສູງ ຫຼັກສູດເຝິກອົບຮົມ ການເງິນ-ການບັນຊີ Microsoft Office ບໍລິຫານ ທຸລະກິດ Photoshop + AI ໄອທີ ສ້ອມແປງຄອມພິວເຕີ ຄອມພິວເຕີທຸລະກິດ ອອກແບບເວັບໄຊ ພາສາອັງກິດ ພາສາຈີນ ສົນໃຈຕິດຕໍ່ສອບຖາມໄດ້ທີ່ 021 353900, 021 353901 Email: info@laotop.net   ສະມັກຮຽນອອນລາຍ ກຳລັງໂຫລດ…

read more

ກອງປະຊຸມຊາວໜຸ່ມຮາກຖານ ວິທະຍາໄລ ລາວ-ທ໊ອບ   ໃນວັນທີ 2 ຕຸລາ 2015 ເວລາ 10:30 ເຊົ້າ, ວິທະຍາໄລ ລາວ-ທ໊ອບ ໄດ້ຈັດກອງປະຊຸມຄະນະຊາວໜຸ່ມຮາກຖານ ເພື່ອເຜີຍແຜ່ບັນດາກົດລະບຽບ ສະບັບປີ 2011 ໃຫ້ແກ່ສະມາຊິກຊາວໜຸ່ມໃໝ່ ແລະ ຜູ້ທີ່ຍົກຍ້າຍມາຈາກສະຖາບັນອື່ນໆ. ໃນກອງປະຊຸມ ຍັງໄດ້ຮັບກຽດຈາກ ທ່ານ ລຳໄພ ຂຸນດາວົງ ຮອງອຳນວຍການ ວິທະຍາໄລ ລາວ-ທ໊ອບ ຂຶ້ນກ່າວເປີດພິທີ, ຈຸດປະສົງກອງປະຊຸມ ແລະ ໃຫ້ຄຳໂອວາດແກ່ສະມາຊິກຊາວໜຸ່ມໃນຂົງເຂດວິທະຍາໄລ. ຈຸດປະສົງຂອງກອງປະຊຸມແມ່ນເພື່ອ ແຕ່ງຕັ້ງຮອງເລຂາຊາວໜຸ່ມຮາກຖານຄົນໃໝ່ ເຊິ່ງແມ່ນ ສະຫາຍ ວິໄລສັກ ຂັນຕິວົງ ເປັນຮອງເລຂາຊາວໜຸ່ມຮາກຖານຜູ້ໃໝ່ ຈາກນັ້ນ ສະຫາຍ ບຸນກອງ…

read more

Intensive Course 2015 ສຳເລັດບັ້ນເຝິກອົບຮົມພາສາອັງກິດສຳລັບພະນັກງານຈາກກະຊວງໂຍທາ   ໃນວັນສຸກທີ 11/09/2015 ທີ່ຜ່ານມາ ທີ່ວິທະຍາໄລ ລາວ-ທ໊ອບ ໄດ້ມີພິທີມອບຮັບໃບຢັ້ງຢືນໃຫ້ແກ່ບັນດາພະນັກງານຈາກກະຊວງໂຍທາທິການ ແລະ ຂົນສົ່ງ ທີ່ໄດ້ເຂົ້າເຝິກອົບຮົມພາສາອັງກິດໄລຍະສັ້ນ ເພື່ອຍົກລະດັບຄວາມຮູ້ຄວາມສາມາດ ໃນການສື່ສານພາສາອັງກິດ ແລະ ເພື່ອກຽມຄວາມພ້ອມກ່ອນເຂົ້າປະຊາຄົມອາຊຽນໃນທ້າຍປີນີ້ ໃນບັ້ນເຝິກອົບຮົມຊຸດນີ້ມີຈຳນວນຜູ້ເຂົ້າຮ່ວມທັງໝົດ 13 ຄົນ ເຊິ່ງໄດ້ຕັ້ງໃຈສຶກສາຮ່ຳຮຽນຢ່າງສຸດກົກສຸດປາຍ ເພື່ອຍາດແຍ່ງເອົາຄວາມຮູ້ຄວາມສາມາດຈາກອາຈານ ຜູ້ຖ່າຍທອດຄວາມຮູ້ ເຊິ່ງມີທັງລາວ ແລະ ຕ່າງປະເທດ. ການຈັດເຝິກອົບຮົມຊຸດນີ້ເປັນຄັ້ງທີສອງສຳລັບວິທະຍາໄລ ລາວ-ທ໊ອບ. ຄັ້ງທຳອິດແມ່ນເມື່ອປີ 2012 ເຊິ່ງແມ່ນຄະນະຈາກ ມະຫາວິທະຍາໄລ ວິທະຍາສາດສຸຂະພາບ ໄດ້ສົ່ງ ຄູອາຈານ ແລະ ພະນັກງານ ຈຳນວນທັງໝົດ 60 ຄົນມາຈັດເຝິກອົບຮົມຍົກລະດັບທັງພາສາອັງກິດ ແລະ…

read more

ທີມເຊຍລາວທ໊ອບ ໄດ້ຮັບລາງວັນຮອງອັນດັບໜຶ່ງໃນປີ 2014 ເຊິ່ງເປັນການເຂົ້າຮ່ວມແຂ່ງຂັນ ການເຕັ້ນເຊຍຄັ້ງທຳອິດ ແລະ ໄດ້ຮອງອັນດັບ 3 ໃນປີ 2015ສຳລັບປີນີ້ ພວກເຮົາຕ້ອງການເຈົ້າ ເຂົ້າມາຮ່ວມທີມນຳ ເພື່ອມາສ້າງປະຫວັດສາດອັນສຳຄັນ ໃຫ້ແກ່ທີມເຊຍລາວທ໊ອບ ອີກຄັ້ງ ເຮົາຈະມາຍົກຖ້ວຍແຊ້ມນຳກັນ       Toyota Vigo Happy Day   Posted by Lao-Top College on Tuesday, September 1, 2015   ກຳລັງໂຫລດ…

read more