ຜົນເສັງສາຂາ ບໍລິຫານທຸລະກິດ ແລະ ການເງິນ-ການບັນຊີ ຜົນເສັງສາຂາ ພາສາອັງກິດ ຜົນເສັງສາຂາ ໄອທີ ແລະ ຄອມພິວເຕີທຸລະກິດ

read more

ພິທີຜ່ານບົດຈົບຊັ້ນ ສົກສຶກສາ 2016-2017 ໃນວັນທີ 18/08/2017 ທີ່ ວິທະຍາໄລ ລາວ-ທ໊ອບ ໄດ້ມີພິທີຜ່ານບົດຈົບຊັ້ນຂອງນັກສຶກສາ ສາຂາ ພາສາອັງກິດ ລະດັບຊັ້ນສູງ. ເຊິ່ງເປັນມື້ທີ່ພິສູດໃຫ້ເຫັນເຖິງຄວາມພຽນພະຍາຍາມຂອງນັກສຶກສາ ໃນການສຶກສາຕະຫຼອດໄລຍະເວລາ 3 ປີທີ່ຜ່ານມາ. ມີນັກສຶກສາທັງໝົດ 64 ຄົນ ໃນການຜ່ານບົດຄັ້ງນີ້. ທັງໝົດໄດ້ຖືກແບ່ງອອກເປັນ 3 ຫ້ອງໃນການຜ່ານບົດຈົບຊັ້ນເຊິ່ງລວມມີຫ້ອງ Lecture, Lecture 1 ແລະ Top Hall. ຜົນສຳເລັດໃນຄັ້ງນີ້ ມັນເປັນພຽງບາດກ້າວທຳອິດຂອງນັກສຶກສາ ກ່ອນອອກປະເຊີນສູ່ສັງຄົມໂຕຈິງ. ຂໍໃຫ້ນັກສຶກສາທຸກຄົນຈົ່ງນຳໃຊ້ຄວາມຮູ້ ຄວາມສາມາດທີ່ຕົນເອງໄດ້ຮໍ່າຮຽນມາໃນການປະກອບອາຊີບວຽກເຮັດງານທຳ ໃຫ້ສຳເລັດຜົນຕໍໄປ ຫວັງຢ່່າງຍິ່ງວ່າບົດຮຽນທີ່ນັກສຶກສາໄດ້ຮັບໃນ ວິທະຍາໄລ ລາວ-ທ໊ອບ ນີ້ ຈະເປັນໂຕຊ່ວຍໃຫ້ບັນລຸເຖິງຜົນສຳເລັດ

read more

ນັກສຶກສາ ການເງິນ-ການບັນຊີ ເຂົ້າຮ່ວມງານສຳມະນາ ທີ່ຕະຫຼາດຫຼັກຊັບລາວ ນັກສຶກສາ ການເງິນ-ການບັນຊີ ທັງປີໜຶ່ງ ແລະ ປີສອງ ເຂົ້າຮ່ວມງານສຳມະນາ ໃນຫົວຂໍ້ “ການລົງທຶນໃນຕະຫຼາດຮຸ້ນ” ເຊິ່ງນຳພາໂດຍອາຈານ ຄຳຫວຽງ ແລະ ອາຈານ ສົມປະສົງ ໃນງານນັກສຶກສາໄດ້ຮຽນຮູ້ພື້ນການຖານລົງທຶນໃນຕະຫຼາດຮຸ້ນ ຮູ້ຈັກການວິເຄາະຕະຫຼາດຮຸ້ນແບບພື້ນຖານ ແລະ ຮູ້ຈັກຂັ້ນຕອນການເປີດບັນຊີຫຼັກຊັບ ສຸດທ້າຍຂໍຂອບໃຈ ຕະຫຼາດຫຼັກຊັບລາວ ທີ່ຈັດງານດີໆ ໃຫ້ທາງນັກສຶກສາໄດ້ເຂົ້າຮ່ວມ

read more

ສະບາຍດີປີໃໝ່ ພ.ສ 2560 ຜ່ານໄປແລ້ວກັບກັບງານກຸດສົງການ ປີໃໝ່ລາວ ເຊິ່ງໃນປີນີ້ ວິທະຍາໄລ ລາວ-ທ໊ອບ ກໍໄດ້ຈັດງານລ້ຽງສະຫຼອງຄືດັ່ງກັບທຸກໆປີ ແຕ່ມີສິ່ງທີ່ພິເສດກໍຄື ເປັນງານໂຮມຊຸມນຸມອາດິດນັກສຶກສາ ທີ່ຮຽນຈົບໄປແລ້ວ  ເຊິ່ງມີນັກສຶກສາມາຮ່ວມງານຢ່າໜາຕາດັ່ງເຊັ່ນທຸກໆປີ. ເຊິ່ງໃນງານກໍເຕັມໄປດ້ວຍບັນຍາກາດມ່ວນຊື່ ແລະ ອົບອຸ່ນເປັນກັນເອງ ມີທັງຄະນະອຳນວຍການ, ຄະນະບໍລິຫານ ຕະຫຼອດເຖິງອາຈານແຕ່ລະສາຂາວິຊາກໍເຂົ້າຮ່ວມ. ມີທັງພິທີບາຍສີສູ່ຂວັນ. ທ່ານ ອາຈານ ລຳໄພ ຂຸນດາວົງ ອຳນວຍການ ວິທະຍາໄລ ລາວ-ທ໊ອບ ກໍໄດ້ໃຫ້ກຽດຂຶ້ນອວຍພອນໄຊໃຫ້ແກ່ຄູອາຈານ ຕະຫຼອດເຖິງນັກສຶກສາທຸກໆສາຂາ ໃຫ້ມີຄວາມສຸກກາຍ ສະບາຍໃຈ ພົ້ນໄພອັນຕະລາຍທັງປວງ ແລະ ຫຼິ້ນປີໃໝ່ກັນຢ່າງປອດໄພ ຖືກກັບຮີດຄອງປະເພນີອັນດີງາມ. ພາບບັນຍາກາດບາງສ່ວນໃນງານລ້ຽງ ເບິ່ງຕື່ມໄດ້ທີ່ເພຈ Facebook.com/laotop

read more

ໜ່ວຍງານປະກັນຄຸນນະພາບ ວິທະຍາໄລ ລາວ-ທ໊ອບ ປະຫວັດ ແລະ ຄວາມເປັນມາ ໜ່ວຍງານປະກັນຄຸນນະພາບ ວິທະຍາໄລ ລາວ-ທ໊ອບ ເປັນໜ່ວຍງານທີ່ກວດສອບ ແລະ ພັດທະນາກົນໄກການປະກັນຄຸນນະພາບຂອງວິທະຍາໄລ ລາວ-ທ໊ອບ

read more

Welcoming Sogang University ໃນວັນທີ 13 ກຸມພາ 2017, ວິທະຍາໄລ ລາວ-ທ໊ອບ ໄດ້ຕ້ອນຮັບການມາຢ້ຽມຢາມແລກປ່ຽນວັດທະນະທຳຄັ້ງທີ່ສອງຈາກນັກສຶກສາ ມະຫາວິທະຍາໄລ ໂຊກັງ ປະເທດເກົາຫຼີ. ການມາຢ້ຽມຢາມຈາກຄະນະຄູອາຈານ ແລະ ນັກສຶກສາ ມະຫາວິທະຍາໄລ ໂຊກັງ ໃນຄັ້ງນີ້ແມ່ນເພື່ອການມາແລກປ່ຽນວັດທະນະທຳກັນລະຫວ່າງນັກສຶກສາລາວ ແລະ ເກົາຫຼີ. ນອກນັ້ນ, ຍັງເປັນການມາທັດສະນະສຶກສາຂອງມະຫາວິທະຍາໄລດັ່ງກ່າວດ້ວຍ. ຄູ່ອາຈານແລະນັກສຶກສາທີ່ມາໃນຄັ້ງນີ້ແມ່ນມີປະມາ 30 ກວ່າຄົນ. ທາງວິທະຍາໄລ ລາວ-ທ໊ອບເຮົາກໍໄດ້ຕ້ອນຮັບການມາຢ້ຽມຢາມຄັ້ງນີ້ດ້ວຍດີ ໂດຍການກະກຽມບົດຟ້ອນທີ່ມີຊື່ວ່າ ສາວລາວມ່ວນຊື່ ໃຫ້ແກ່ນັກສຶກສາເກົາຫຼີໄດ້ຊົມ. ນອກນັ້ນ ຍັງມີການແລກປ່ຽນຂອງທີ່ລະນຶກກັນລະວ່າງນັກສຶກສາທັງສອງປະເທດ. ໃນທ້າຍງານ ທາງທີມຟ້ອມຂອງວິທະຍາໄລ ລາວ-ທ໊ອບ ໄດ້ສອນວິທີເຕັ້ນບາສະລົບໃຫ້ແກ່ນັກສຶກສາເກົາຫຼີ ເຊິ່ງໄດ້ຮັບຄວາມສົນໃຈຈາກທຸກຄົນໆ

read more

ໃນວັນສຸກ ທີ 10 ກຸມພາ 2017 ທີ່ວິທະຍາໄລ ລາວ-ທ໊ອບ ໄດ້ມີການເປີດນຳໃຊ້ອາຄານຫ້ອງການຫຼັງໃໝ່ ເຊິ່ງເປັນກຽດເຂົ້າຮ່ວມໂດຍ ທ່ານ ຮສປອ ສາຍຂອງ ສາຍນະສິນ ຫົວໜ້າກົມການສຶກສາຊັ້ນສູງ ແລະ ໂຕແທນຈາກພາກສ່ວນຕ່າງໆ, ອາຈານ ແລະ ນັກສຶກສາຈາກ ວິທະຍາໄລ ລາວ-ທ໊ອບ. ວິທະຍາໄລ ລາວ-ທ໊ອບ ໄດ້ດຳເນີນການຮຽນການສອນມາແຕ່ປີ 2017 ເປັນຕົ້ນມາ. ໃນເບື້ອງຕົ້ນ ວິທະຍາໄລ ໄດ້ເປີດການຮຽນການສອນຫຼັກສູດເຝິກອົບຮົມພາສາອັງກິດໄລຍະສັ້ນເລີ່ມຕົ້ນຈາກນັກຮຽນພຽງ 100 ກວ່າຄົນ. ຕໍ່ມາຈຶ່ງໄດ້ຮັບອານຸມັດຈາກກະຊວງສຶກສາທິການ ແລະ ກິລາ ໃຫ້ດຳເນີນຫຼັກສູດຊັ້ນສູງພາສາອັງກິດ.ເຊິ່ງເປັນບາດກ້າວທຳອິດຂອງວິທະຍາໄລ ລາວ-ທ໊ອບ ໃນປີ 2009 ທາງຄະນະບໍລິຫານ ຈຶ່ງໄດ້ຕັດສິນໃຈສ້າງອາຄານຫຼັງໃໝ່ ທີ່ ບ້ານໂພນປ່າເປົ້າ,…

read more

ປະທານວິທະຍາໄລ ລາວ-ທ໊ອບ ທ່ານ ກວັນຢຸງວຸກ ໄດ້ມອບທຶນການສຶກສາໃຫ້ແກ່ນັກກິລາເຕັ້ນເຊຍລີດເດີ້ ເພື່ອເປັນການຕອບແທນບຸນຄຸນໃຫ້ແກ່ນັກສຶກສາ ທີ່ມີສ່ວນຮ່ວມໃນການສ້າງຊື່ສຽງໃຫ້ແກ່ວິທະຍາໄລ ລາວ-ທ໊ອບ, ທ່ານ ກວັນຢຸງວຸກ ຈຶ່ງໄດ້ມອບທຶນການສຶກສາໃຫ້ແກ່ນັກກິລາເຕັ້ນເຊຍລີດເດີ້ ທີ່ສາມາດຍາດໄດ້ ຮອງຊະນະເລີດອັນດັບ 3 ໃນການແຂ່ງຂັນ Pepsi Cheerleading Contest 2016 ທີ່ຫາກໍຜ່ານໄປສົດໆຮ້ອນໆ. ເຊິ່ງມີນ້ອງນັກສຶກສາທັງໝົດ 18 ຄົນ. ມີທັງມາຈາກພາກວິຊາ ພາສາອັງກິດ, ໄອທີ, ແລະ ຄອມພິວເຕີທຸລະກິດ. ວິທະຍາໄລ ລາວ-ທ໊ອບ ຂໍຂອບໃຈນ້ອງໆນັກສຶກສາທີ່ປະກອບສ່ວນສ້າງຊື່ສຽງໃຫ້ແກ່ວິທະຍາໄລ ລາວ-ທ໊ອບ ໃນການແຂ່ງຂັນເຕັ້ນເຊຍລີດເດີ້ ທັງຊຸດທຳອິດປີ 2014, 2015, ແລະ ລ່າສຸດ 2016. ນອກຈາກໄດ້ຮັບລາງວັນ ແລະ ທຶນການສຶກສາແລ້ວ…

read more

ປິດບັ້ນເຝິກອົບຮົມຄູໄລຍະສັ້ນທີ່ວິທະຍາໄລ ລາວ-ທ໊ອບ ປິດບັ້ນເຝິກອົບຮົມຄູໄລຍະສັ້ນ 3 ອາທິດ (120 ຊົ່ວໂມງ) ທີ່ວິທະຍາໄລ ລາວ-ທ໊ອບຕັ້ງແຕ່ວັນທີ 19 ທັນວາ 2016 ຫາ 5 ມັງກອນ 2016 ເພື່ອເປັນການຍົກລະດັບຄວາມສາມາດຂອງຄູ ທາງຄະນະອຳນວຍການວິທະຍາໄລ ລາວ-ທ໊ອບ ຈຶ່ງໄດ້ເຊີນວິທະຍາກອນ ຈຳນວນ 6 ທ່ານມາໃຫ້ຄວາມຮູ້ແກ່ຄູຂອງວິທະຍາໄລລາວ-ທ໊ອບ ເຊິ່ງມີຜູ້ເຂົ້າຮ່ວມ 12 ຄົນ ເປັນຍິງ 2 ຄົນ. ໂດຍຜ່ານການແລກປ່ຽນປະສົບການ ແລະ ໃຫ້ຄວາມຮູ້ຈາກວິທະຍາກອນຈາກ ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ ເຫັນໄດ້ວ່າ ນັກສຳມະນາກອນຂອງພວກເຮົາໄດ້ມີຄວາມຮູ້ຄວາມສາມາດໃນການສິດສອນເພີ່ມຂຶ້ນເພາະໄດ້ຄວາມຮູ້ ແລະ ແລກປ່ຽນປະສົບການກັບວິທະຍາກອນ ເປັນກຽດເຂົ້າຮ່ວມໂດຍທ່ານ ນາງ ຮອງສາສະດາຈານ ວົງແສງເດືອນ…

read more

ຜົນງານທີ່ຜ່ານມາໃນປີ 2016 ຂອງວິທະຍາໄລ ລາວ-ທ໊ອບ ໃນນີ້ຈະເປັນການສະຫຼຸບຜົນງານການເຄື່ອນໄຫວທາງດ້ານກິດຈະກຳໃນ ແລະ ນອກຫຼັກສູດ ຂອງວິທະຍາໄລ ລາວ-ທ໊ອບ ໃນປີ 2016 ເພື່ອໃຫ້ນັກສຶກສາໄດ້ຮັບຮູ້ແລະຮັບຊາບໄປພ້ອມໆກັນ

read more