ວິທະຍາໄລ ລາວ-ທ໊ອບ ເປີດເທີມໃໝ່ ເປີດເທີມໃໝ່ ເລີ່ມຮຽນວັນທີ 09 ມັງກອນ 2017 ວິທະຍາໄລ ລາວ-ທ໊ອບ ເປີດຮັບສະມັກນັກສຶກສາຊຸດໃໝ່ ຫຼັກສູດຊັ້ນສູງ ຫຼັກສູດເຝິກອົບຮົມ ການເງິນ-ການບັນຊີ Microsoft Office ບໍລິຫານ ທຸລະກິດ Photoshop + AI ໄອທີ ສ້ອມແປງຄອມພິວເຕີ ຄອມພິວເຕີທຸລະກິດ ອອກແບບເວັບໄຊ ພາສາອັງກິດ ພາສາຈີນ ສົນໃຈຕິດຕໍ່ໄດ້ທີ່ 021 353900, 021 353901 ກຳລັງໂຫລດ…

read more

ວິທະຍາໄລ ລາວ-ທ໊ອບ ເປີດບັ້ນອົບຮົມຄູໄລຍະສັ້ນ ໃນວັນທີ 19 ທັນວາ 2016 ວິທະຍາໄລ ລາວ-ທ໊ອບ ໄດ້ເປີດບັ້ນເຝິກອົບຮົມຄູ ໄລຍະສັ້ນ ເຊິ່ງເລີ່ມຕັ້ງແຕ່ວັນທີ 19 ທັນວາ 2016 ໄປຈົນເຖິງ 6 ມັງກອນ 2017 ເຊິ່ງບັ້ນເຝິກອົບຮົມນີ້ໄດ້ຈັດຂຶ້ນເພື່ອເຝິກອົບຮົມໃຫ້ແກ່ບັນດາຄູປະຈຳ ແລະ ຄູຮັບເຊີນ ທັງໝົດ 12 ທ່ານ. ເປັນກຽດເຂົ້າຮ່ວມເປີດບັ້ນເຝິກອົບຮົມໃນຄັ້ງນີ້ໂດຍທ່ານ ຄະນະບໍດີ ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດລາວ ທ່ານ ຄຳແສງ ທະລັງສີ, ທ່ານ ຮອງອຳນວຍການ ວິທະຍາໄລ ລາວ-ທ໊ອບ ທ່ານ ພັນທະວິໄລ ນວນຫຸ່ນ, ພ້ອມດ້ວຍຄູອາຈານຈາກຄະນະສຶກສາສາດ ຜູ້ທີ່ຈະມາເປັນຄູເຝິກສອນໃນຄັ້ງນີ້ ແລະ…

read more

ຮັບສະມັກນັກກິລາ ຣັກບີ້ ປະຈຳທີມໂຮງຮຽນ ວິທະຍາໄລ ລາວ-ທ໊ອບ ເປີດຮັບສະມັກນັກກິລາ ຣັກບີ້ ເພື່ອເຂົ້າສະມາຄົມ Rugby club ຂອງວິທະຍາໄລ ລາວ-ທ໊ອບ ເພື່ອເປັນການກຽມຄວາມພ້ອມກ່ອນການແຂ່ງຂັນ Coca Cola Tag Rugby 2017 ການແຂ່ງຂັນ 2 ຄັ້ງທີ່ຜ່ານມາ ທິມຈາກວິທະຍາໄລ ລາວ-ທ໊ອບ ສາມາດຄວ້າໄດ້ແຊ້ມທັງສອງຄັ້ງ ເຊິ່ງສະແດງໃຫ້ເຫັນວ່າເຮົາພ້ອມແລ້ວກັນການແຂ່ງຂັນຄັ້ງຍິ່ງໃຫຍ່ ເຊິ່ງໃຫ້ການສະໜັບສະໜູນໂດຍ ສະຫະພັນ ຣັກບີ້ ແຫ່ງຊາດລາວ ສາມາດສະມັກໄດ້ໃນແບບຟອມລຸ່ມນີ້ ກຳລັງໂຫລດ…

read more

ສານຈາກອຳນວຍການ ວິທະຍາໄລ ລາວ-ທ໊ອບ ໃກ້ຈະຮອດຍາມເສັງທ້າຍພາກຮຽນແລ້ວ ນັກສຶກສາຫຼາຍຄົນກໍກຳລັງຂຸ້ນຂ້ຽວໃສ່ໃນການເບິ່ງບົດຮໍ່າບົດຮຽນເພື່ອຈະຍາດເອົາຜົນເສັງໃຫ້ດີທີ່ສຸດ ເພື່ອເປັນການພິສູດວ່າຕົນເອງມີຄວາມມານະອົດທົນພຽງໃດ ທ່ານ ອາຈານ ລຳໄພ ຂຸນດາວົງ ອຳນວຍການວິທະຍາໄລ ລາວ-ທ໊ອບ ກໍໄດ້ສົ່ງສານອວຍພອນເຖິງນັກສຶກສາ ດ້ວຍຄວາມເປັນຫ່ວງເປັນໄຍດັ່ງນີ້: ຂໍໃຫ້ນັກສຶກສາໝົດທຸກຄົນ ຈົ່ງພາກັນສຶກສາຮໍ່າຮຽນ ເພື່ອຍາດເອົາຄະແນນທີ່ດີໃນການສອບເສັງທ້າຍເທີມນີ້ ບໍ່ວ່າຈະເປັນພາກວິຊາພາສາອັງກິດ, ຄອມພິວເຕີ ຫຼື ບໍລິຫານທຸລະກິດ ກໍດີ. ໃຫ້ທຸກຄົນເອົາໃຈໃສ່ໃນການຮຽນ ແລະ ຈັດສັນເວລາໃຫ້ເກີດປະໂຫຍດສູງສຸດ. ສຸດທ້າຍນີ້ ເນື່ອງໃນໂອກາດໃກ້ຈະຮອດປີໃໝ່ສາກົນ ກໍຂໍອວຍໄຊໃຫ້ພອນແກ່ບັນດານັກສຶກສາໝົດທຸກຄົນ ຈົ່ງມີສຸຂະພາບເຂັ້ມແຂງ ດູແລຮັກສາສຸຂະພາບຕົນເອງໃຫ້ດີໆ ເພື່ອການຮຽນທີ່ດີໄປພ້ອມໆກັນ. ປີໃໝ່ຟ້າໃໝ່ນີ້, ຜູ້ໃດທີ່ຍັງບໍ່ທັນເອົາໃຈໃສ່ ຍັງມັກຂາດຮຽນ ກໍຂໍໃຫ້ປັບປຸງປ່ຽນແປງຕົນເອງ ໃຫ້ເປັນຄົນທີ່ດີຂຶ້ນກ່ອນເກົ່າ ເປັນນັກຮຽນທີ່ດີ, ເປັນລູກທີ່ດີ ແລະ ເປັນພົນລະເມືອງທີ່ດີ ຈາກສານຂອງທ່ານອຳນວຍການ ວິທະຍາໄລ…

read more

ຮັບສະມັກນັກຮຽນ ຫຼັກສູດການຮຽນໄລຍະສັ້ນ ພາສາຈີນ ພາສາຫວຽດນາມ ພາສາອັງກິດທຸລະກິດ ຂັ້ນຕອນໃນການສະມັກ ຊື້ແບບຟອມສະມັກຮຽນທີ່ວິທະຍາໄລ ລາວ-ທ໊ອບ ລົງຖະບຽນຮຽນ ສິ່ງທີ່ຈະຕ້ອງນຳມາ ຮູບຕິດບັດ ຂະໜາດ 3×4 ຈຳນວນ 2 ໃບ ສົນໃຈສາມາດສອບຖາມໄດ້ທີ່ ວິທະຍາໄລ ລາວ-ທ໊ອບ ບ້ານ ໂພນປ່າເປົ້າ, ເມືອງ ສີສັດຕະນາກ, ແຂວງ ນະຄອນຫຼວງວຽງຈັນ ໂທ: 021 353900 ຫຼື 021 353901

read more

Director meets freshman students ອຳນວຍການພົບປະກັບນັກສຶກສາໃໝ່ On Sep 15, 2016, Director of Lao-Top College Prof. Lamphay Khoundavong met freshman students from department of Finance-Accounting, IT, and Computer Business. The director started from these classes to spread regulations, events, and term calendar. He told…

read more

ລາວ-ທ໊ອບ ເປີດເທີມໃໝ່ 05/09/2016 ເປີດຮັບສະມັກນັກສຶກສາ ວິທະຍາໄລ ລາວ-ທ໊ອບ ຮັບນັກສຶກສາ ສົກສຶກສາ 2016-2017 ຫຼັກສູດຊັ້ນສູງ ຫຼັກສູດເຝິກອົບຮົມ ການເງິນ-ການບັນຊີ Microsoft Office ບໍລິຫານ ທຸລະກິດ Photoshop + AI ໄອທີ ສ້ອມແປງຄອມພິວເຕີ ຄອມພິວເຕີທຸລະກິດ ອອກແບບເວັບໄຊ ພາສາອັງກິດ ພາສາຈີນ ສົນໃຈຕິດຕໍ່ສອບຖາມໄດ້ທີ່ 021 353900, 021 353901 Email: info@laotop.net   ສະມັກຮຽນອອນລາຍ ກຳລັງໂຫລດ…

read more

  ໃນວັນທີ 14/06/2016 ທີ່ທະນາຄານ ຮ່ວມພັດທະນາ ໄດ້ມີການເຊັ່ນສັນຍາປະຕິບັດໂຄງການ ກອງທຶນກູ້ຢືມ ເພື່ອການສຶກສາ. ໂດຍມີທ່ານ ກວັນ ຢຸງ ວຸກ ອຳນວຍການວິທະຍາໄລ ລາວ-ທ໊ອບ ແລະ ທ່ານ ສູນທອນ ຈັນທະວົງ ອຳນວຍການ ທະນາຄານ ຮ່ວມພັດທະນາ ໄດ້ເປັນຜູ້ຮ່ວມລົງນາມໃນໂຄງການ ທຶນກູ້ຢືມເພື່ອການສຶກສາ ເຊິ່ງຈັດຕັ້ງຂຶ້ນເປັນຄັ້ງທຳອິດໃນປະເທດລາວ ແລະ ວິທະຍາໄລ ລາວ-ທ໊ອບ ກໍໄດ້ຮັບກຽດເຂົ້າຮ່ວມໂຄງການເປັນສະຖາບັນສຶກສາແຫ່ງທຳອິດ ດ້ວຍເລັງເຫັນເຖິງຄວາມສຳຄັນ ຂອງການສຶກສາ ແລະ ຄວາມທຸກຍາກຂາດເຂີນຂອງນັກສຶກສາບາງທ່ານທີ່ຮຽນດີ ແຕ່ບໍ່ມີເງື່ອນໄຂພຽງພໍທີ່ຈະສຶກສາໃນລະດັບວິທະຍາໄລ. ທ່ານ ກວັນ ຢຸງ ວຸກ ຈຶ່ງຕັດສິນໃຈເຂົ້າຮ່ວມໂຄງການ ທີ່ທະນາຄານຮ່ວມພັດທະນາ ໄດ້ສະເໜີເຂົ້າມາ ເພື່ອເປັນການເສີມສ້າງຊັບພະຍາກອນມະນຸດເພື່ອອອກມາຮັບໃຊ້ປະເທດຊາດຢ່າງມີປະສິດຕິພາບ  …

read more

ການແຂ່ງຂັນເປຕັງຂອງສະມາຊິກຊາວໜຸ່ມ ວິທະຍາໄລ ລາວ-ທ໊ອບ ໜ່ວຍງານຊາວນຸ່ມຮາກຖານ ວິທະຍາໄລ ລາວ-ທ໊ອບ ໄດ້ຈັດກິດຈະກຳແຂ່ງຂັນເປຕັງ ຊິງຂັນອຳນວຍການ ໂດຍໄດ້ນຳເອົາບັນດາສະມາຊິກຊາວໜຸ່ມຂອງແຕ່ລະຫ້ອງມາແຂ່ງຂັນກັນເພື່ອຄວາມສາມັກຄີຂອງບັນດາສະມາຊິກຊາວໜຸ່ມພາຍໃນ ວິທະຍາໄລ ລາວ-ທ໊ອບ ໃນວັນທີ 21 ພຶດສະພາ 2016 ທີ່ເດີ່ນ ເພັດເປຕັງ ໄດ້ມີການຈັດກິດຈະກຳແຂ່ງຂັນ ເປຕັງ ຊິງຂັນໝູນວຽນ ອຳນວຍການ ວິທະຍາໄລ ລາວ-ທ໊ອບ ເຊິ່ງໄດ້ຈັດຂຶ້ນເປັນຄັ້ງທຳອິດ. ການຈັດກິດຈະກຳໃນຄັ້ງນີ້ ຈຸດປະສົງແມ່ນເພື່ອຮັດແໜ້ນຄວາມສາມາຄີກົມກຽວກັນລະວ່າງນ້ອງນັກສຶກສາ ແລະ ຄູອາຈານທີ່ເປັນສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວ ພາຍໃນຂົງເຂດ ວິທະຍາໄລ ລາວ-ທ໊ອບ. ການແຂ່ງຂັນໃນຄັ້ງນີ້ມີນ້ອງນັກສຶກສາເຂົ້າຮ່ວມທັງໝົດ 30 ຄົນ ເຊິ່ງເປັນສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວ ທັງໝົດ. ທ່ານ ວິໄລສັກ ຂັນຕິວົງ ຮອງເລຂາສະມາຊິກຊາວໜຸ່ມຮາກຖານ ຝ່າຍກິດຈະກຳ ໄດ້ກ່າວວ່າ…

read more

ວິທະຍາໄລ ລາວ-ທ໊ອບ ເປີດຮັບນັກຮຽນຄອມພິວເຕີໄລຍະສັ້ນ ຊຸດໃໝ່ ລົງຖະບຽນ: ຕັ້ງແຕ່ວັນນີ້ເປັນຕົ້ນໄປ ເລີ່ມຮຽນ: ວັນເສົາ ທີ 07/05/2016 ມື້ຮຽນ: ເສົາ ແລະ ອາທິດ ເວລາຮຽນ: 09:00-12:00ໂມງ ເຊົ້າ ຫຼັກສູດໄລຍະສັ້ນທີ່ເປີດຮັບມີດັ່ງນີ້: Microsoft Office (45ຊົ່ວໂມງ) Microsoft Office Word (45 ຊົ່ວໂມງ) Microsoft Office Excel (45 ຊົ່ວໂມງ) Microsoft Office Power (45 ຊົ່ວໂມງ) ຫຼັກສູດຕິດຕັ້ງ+ແກ້ໄຂບັນຫາຄອມພິວເຕີ+ເຄືອຂ່າຍ (45 ຊົ່ວໂມງ) ຫຼັກສູດອອກແບບ Photoshop+Illustrator (45…

read more