ໃນວັນສຸກ ທີ 10 ກຸມພາ 2017 ທີ່ວິທະຍາໄລ ລາວ-ທ໊ອບ ໄດ້ມີການເປີດນຳໃຊ້ອາຄານຫ້ອງການຫຼັງໃໝ່ ເຊິ່ງເປັນກຽດເຂົ້າຮ່ວມໂດຍ ທ່ານ ຮສປອ ສາຍຂອງ ສາຍນະສິນ ຫົວໜ້າກົມການສຶກສາຊັ້ນສູງ ແລະ ໂຕແທນຈາກພາກສ່ວນຕ່າງໆ, ອາຈານ ແລະ ນັກສຶກສາຈາກ ວິທະຍາໄລ ລາວ-ທ໊ອບ. ວິທະຍາໄລ ລາວ-ທ໊ອບ ໄດ້ດຳເນີນການຮຽນການສອນມາແຕ່ປີ 2017 ເປັນຕົ້ນມາ. ໃນເບື້ອງຕົ້ນ ວິທະຍາໄລ ໄດ້ເປີດການຮຽນການສອນຫຼັກສູດເຝິກອົບຮົມພາສາອັງກິດໄລຍະສັ້ນເລີ່ມຕົ້ນຈາກນັກຮຽນພຽງ 100 ກວ່າຄົນ. ຕໍ່ມາຈຶ່ງໄດ້ຮັບອານຸມັດຈາກກະຊວງສຶກສາທິການ ແລະ ກິລາ ໃຫ້ດຳເນີນຫຼັກສູດຊັ້ນສູງພາສາອັງກິດ.ເຊິ່ງເປັນບາດກ້າວທຳອິດຂອງວິທະຍາໄລ ລາວ-ທ໊ອບ ໃນປີ 2009 ທາງຄະນະບໍລິຫານ ຈຶ່ງໄດ້ຕັດສິນໃຈສ້າງອາຄານຫຼັງໃໝ່ ທີ່ ບ້ານໂພນປ່າເປົ້າ,…
read moreເປີດສອນແລ້ວຫຼັກສູດຝຶກອົບຮົມໄລຍະສັ້ນ ເສົາ-ອາທິດ ເປີດສອນແລ້ວຫຼັກສູດຝຶກອົບຮົມໄລຍະສັ້ນ ເສົາ-ອາທິດ ເປີດເທີມວັນທີ 18/02/2016 ຫຼັກສູດພາສາອັງກິດສຳລັບເດັກນ້ອຍປະຖົມ-ມັດທະຍົມ (09:00-11:20) ຫຼັກສູູດພາສາຈີນໄລຍະສັ້ນ (09:00-10:30) ຫຼັກສູດພາສາຫວຽດນາມໄລຍະສັ້ນ (09:00-10:30) ຫຼັກສູດຝຶກອົບຮົມຄອມພິວເຕີ້ໄລຍະສັ້ນ (09:00-12:00) + ຫຼັງຈາກຮຽນຈົບແລ້ວແມ່ນຈະໄດ້ໃບຢັ້ງຢືນຈາກວິທະຍາໄລ ລາວ-ທ໊ອບ + ເລີ່ມຮັບສະມັກແຕ່ມື້ນີ້ເປັນຕົ້ນໄປ ຂໍ້ມູນເພີ່ມຕື່ມໂທ: 021 353900 ຫຼື 021 353901 ສຳລັບຄອມພິວເຕີ້ໄລຍະສັ້ນສາມາດເບິ່ງໄດ້ທີ່ ທີ່ນີ້
read moreປະທານວິທະຍາໄລ ລາວ-ທ໊ອບ ທ່ານ ກວັນຢຸງວຸກ ໄດ້ມອບທຶນການສຶກສາໃຫ້ແກ່ນັກກິລາເຕັ້ນເຊຍລີດເດີ້ ເພື່ອເປັນການຕອບແທນບຸນຄຸນໃຫ້ແກ່ນັກສຶກສາ ທີ່ມີສ່ວນຮ່ວມໃນການສ້າງຊື່ສຽງໃຫ້ແກ່ວິທະຍາໄລ ລາວ-ທ໊ອບ, ທ່ານ ກວັນຢຸງວຸກ ຈຶ່ງໄດ້ມອບທຶນການສຶກສາໃຫ້ແກ່ນັກກິລາເຕັ້ນເຊຍລີດເດີ້ ທີ່ສາມາດຍາດໄດ້ ຮອງຊະນະເລີດອັນດັບ 3 ໃນການແຂ່ງຂັນ Pepsi Cheerleading Contest 2016 ທີ່ຫາກໍຜ່ານໄປສົດໆຮ້ອນໆ. ເຊິ່ງມີນ້ອງນັກສຶກສາທັງໝົດ 18 ຄົນ. ມີທັງມາຈາກພາກວິຊາ ພາສາອັງກິດ, ໄອທີ, ແລະ ຄອມພິວເຕີທຸລະກິດ. ວິທະຍາໄລ ລາວ-ທ໊ອບ ຂໍຂອບໃຈນ້ອງໆນັກສຶກສາທີ່ປະກອບສ່ວນສ້າງຊື່ສຽງໃຫ້ແກ່ວິທະຍາໄລ ລາວ-ທ໊ອບ ໃນການແຂ່ງຂັນເຕັ້ນເຊຍລີດເດີ້ ທັງຊຸດທຳອິດປີ 2014, 2015, ແລະ ລ່າສຸດ 2016. ນອກຈາກໄດ້ຮັບລາງວັນ ແລະ ທຶນການສຶກສາແລ້ວ…
read moreປິດບັ້ນເຝິກອົບຮົມຄູໄລຍະສັ້ນທີ່ວິທະຍາໄລ ລາວ-ທ໊ອບ ປິດບັ້ນເຝິກອົບຮົມຄູໄລຍະສັ້ນ 3 ອາທິດ (120 ຊົ່ວໂມງ) ທີ່ວິທະຍາໄລ ລາວ-ທ໊ອບຕັ້ງແຕ່ວັນທີ 19 ທັນວາ 2016 ຫາ 5 ມັງກອນ 2016 ເພື່ອເປັນການຍົກລະດັບຄວາມສາມາດຂອງຄູ ທາງຄະນະອຳນວຍການວິທະຍາໄລ ລາວ-ທ໊ອບ ຈຶ່ງໄດ້ເຊີນວິທະຍາກອນ ຈຳນວນ 6 ທ່ານມາໃຫ້ຄວາມຮູ້ແກ່ຄູຂອງວິທະຍາໄລລາວ-ທ໊ອບ ເຊິ່ງມີຜູ້ເຂົ້າຮ່ວມ 12 ຄົນ ເປັນຍິງ 2 ຄົນ. ໂດຍຜ່ານການແລກປ່ຽນປະສົບການ ແລະ ໃຫ້ຄວາມຮູ້ຈາກວິທະຍາກອນຈາກ ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ ເຫັນໄດ້ວ່າ ນັກສຳມະນາກອນຂອງພວກເຮົາໄດ້ມີຄວາມຮູ້ຄວາມສາມາດໃນການສິດສອນເພີ່ມຂຶ້ນເພາະໄດ້ຄວາມຮູ້ ແລະ ແລກປ່ຽນປະສົບການກັບວິທະຍາກອນ ເປັນກຽດເຂົ້າຮ່ວມໂດຍທ່ານ ນາງ ຮອງສາສະດາຈານ ວົງແສງເດືອນ…
read moreຜົນງານທີ່ຜ່ານມາໃນປີ 2016 ຂອງວິທະຍາໄລ ລາວ-ທ໊ອບ ໃນນີ້ຈະເປັນການສະຫຼຸບຜົນງານການເຄື່ອນໄຫວທາງດ້ານກິດຈະກຳໃນ ແລະ ນອກຫຼັກສູດ ຂອງວິທະຍາໄລ ລາວ-ທ໊ອບ ໃນປີ 2016 ເພື່ອໃຫ້ນັກສຶກສາໄດ້ຮັບຮູ້ແລະຮັບຊາບໄປພ້ອມໆກັນ
read moreວິທະຍາໄລ ລາວ-ທ໊ອບ ເປີດເທີມໃໝ່ ເປີດເທີມໃໝ່ ເລີ່ມຮຽນວັນທີ 09 ມັງກອນ 2017 ວິທະຍາໄລ ລາວ-ທ໊ອບ ເປີດຮັບສະມັກນັກສຶກສາຊຸດໃໝ່ ຫຼັກສູດຊັ້ນສູງ ຫຼັກສູດເຝິກອົບຮົມ ການເງິນ-ການບັນຊີ Microsoft Office ບໍລິຫານ ທຸລະກິດ Photoshop + AI ໄອທີ ສ້ອມແປງຄອມພິວເຕີ ຄອມພິວເຕີທຸລະກິດ ອອກແບບເວັບໄຊ ພາສາອັງກິດ ພາສາຈີນ ສົນໃຈຕິດຕໍ່ໄດ້ທີ່ 021 353900, 021 353901 ກຳລັງໂຫລດ…
read moreວິທະຍາໄລ ລາວ-ທ໊ອບ ເປີດບັ້ນອົບຮົມຄູໄລຍະສັ້ນ ໃນວັນທີ 19 ທັນວາ 2016 ວິທະຍາໄລ ລາວ-ທ໊ອບ ໄດ້ເປີດບັ້ນເຝິກອົບຮົມຄູ ໄລຍະສັ້ນ ເຊິ່ງເລີ່ມຕັ້ງແຕ່ວັນທີ 19 ທັນວາ 2016 ໄປຈົນເຖິງ 6 ມັງກອນ 2017 ເຊິ່ງບັ້ນເຝິກອົບຮົມນີ້ໄດ້ຈັດຂຶ້ນເພື່ອເຝິກອົບຮົມໃຫ້ແກ່ບັນດາຄູປະຈຳ ແລະ ຄູຮັບເຊີນ ທັງໝົດ 12 ທ່ານ. ເປັນກຽດເຂົ້າຮ່ວມເປີດບັ້ນເຝິກອົບຮົມໃນຄັ້ງນີ້ໂດຍທ່ານ ຄະນະບໍດີ ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດລາວ ທ່ານ ຄຳແສງ ທະລັງສີ, ທ່ານ ຮອງອຳນວຍການ ວິທະຍາໄລ ລາວ-ທ໊ອບ ທ່ານ ພັນທະວິໄລ ນວນຫຸ່ນ, ພ້ອມດ້ວຍຄູອາຈານຈາກຄະນະສຶກສາສາດ ຜູ້ທີ່ຈະມາເປັນຄູເຝິກສອນໃນຄັ້ງນີ້ ແລະ…
read moreຮັບສະມັກນັກກິລາ ຣັກບີ້ ປະຈຳທີມໂຮງຮຽນ ວິທະຍາໄລ ລາວ-ທ໊ອບ ເປີດຮັບສະມັກນັກກິລາ ຣັກບີ້ ເພື່ອເຂົ້າສະມາຄົມ Rugby club ຂອງວິທະຍາໄລ ລາວ-ທ໊ອບ ເພື່ອເປັນການກຽມຄວາມພ້ອມກ່ອນການແຂ່ງຂັນ Coca Cola Tag Rugby 2017 ການແຂ່ງຂັນ 2 ຄັ້ງທີ່ຜ່ານມາ ທິມຈາກວິທະຍາໄລ ລາວ-ທ໊ອບ ສາມາດຄວ້າໄດ້ແຊ້ມທັງສອງຄັ້ງ ເຊິ່ງສະແດງໃຫ້ເຫັນວ່າເຮົາພ້ອມແລ້ວກັນການແຂ່ງຂັນຄັ້ງຍິ່ງໃຫຍ່ ເຊິ່ງໃຫ້ການສະໜັບສະໜູນໂດຍ ສະຫະພັນ ຣັກບີ້ ແຫ່ງຊາດລາວ ສາມາດສະມັກໄດ້ໃນແບບຟອມລຸ່ມນີ້ ກຳລັງໂຫລດ…
read moreສານຈາກອຳນວຍການ ວິທະຍາໄລ ລາວ-ທ໊ອບ ໃກ້ຈະຮອດຍາມເສັງທ້າຍພາກຮຽນແລ້ວ ນັກສຶກສາຫຼາຍຄົນກໍກຳລັງຂຸ້ນຂ້ຽວໃສ່ໃນການເບິ່ງບົດຮໍ່າບົດຮຽນເພື່ອຈະຍາດເອົາຜົນເສັງໃຫ້ດີທີ່ສຸດ ເພື່ອເປັນການພິສູດວ່າຕົນເອງມີຄວາມມານະອົດທົນພຽງໃດ ທ່ານ ອາຈານ ລຳໄພ ຂຸນດາວົງ ອຳນວຍການວິທະຍາໄລ ລາວ-ທ໊ອບ ກໍໄດ້ສົ່ງສານອວຍພອນເຖິງນັກສຶກສາ ດ້ວຍຄວາມເປັນຫ່ວງເປັນໄຍດັ່ງນີ້: ຂໍໃຫ້ນັກສຶກສາໝົດທຸກຄົນ ຈົ່ງພາກັນສຶກສາຮໍ່າຮຽນ ເພື່ອຍາດເອົາຄະແນນທີ່ດີໃນການສອບເສັງທ້າຍເທີມນີ້ ບໍ່ວ່າຈະເປັນພາກວິຊາພາສາອັງກິດ, ຄອມພິວເຕີ ຫຼື ບໍລິຫານທຸລະກິດ ກໍດີ. ໃຫ້ທຸກຄົນເອົາໃຈໃສ່ໃນການຮຽນ ແລະ ຈັດສັນເວລາໃຫ້ເກີດປະໂຫຍດສູງສຸດ. ສຸດທ້າຍນີ້ ເນື່ອງໃນໂອກາດໃກ້ຈະຮອດປີໃໝ່ສາກົນ ກໍຂໍອວຍໄຊໃຫ້ພອນແກ່ບັນດານັກສຶກສາໝົດທຸກຄົນ ຈົ່ງມີສຸຂະພາບເຂັ້ມແຂງ ດູແລຮັກສາສຸຂະພາບຕົນເອງໃຫ້ດີໆ ເພື່ອການຮຽນທີ່ດີໄປພ້ອມໆກັນ. ປີໃໝ່ຟ້າໃໝ່ນີ້, ຜູ້ໃດທີ່ຍັງບໍ່ທັນເອົາໃຈໃສ່ ຍັງມັກຂາດຮຽນ ກໍຂໍໃຫ້ປັບປຸງປ່ຽນແປງຕົນເອງ ໃຫ້ເປັນຄົນທີ່ດີຂຶ້ນກ່ອນເກົ່າ ເປັນນັກຮຽນທີ່ດີ, ເປັນລູກທີ່ດີ ແລະ ເປັນພົນລະເມືອງທີ່ດີ ຈາກສານຂອງທ່ານອຳນວຍການ ວິທະຍາໄລ…
read moreວິທະຍາໄລ ລາວ-ທ໊ອບ ເປີດຮັບສະມັກນັກຮຽນໃໝ່ ຫຼັກສູດພາສາອັງກິດສຳລັບ ປະຖົມ ຫາ ມັດທະຍົມຕົ້ນ ສອນໂດຍອາຈານຈາກລາວ ແລະ ຕ່າງປະເທດ ເວລາຮຽນ: 5:00 – 7:00 ແລງ ຮຽນວັນຈັນ ຫາ ວັນສຸກ ພົບອາຈານຕ່າງປະເທດຢ່າງໜ້ອຍອາທິດລະ 2 ຊົ່ວໂມງ (ຂຶ້ນກັບລະດັບຮຽນ) ສົນໃຈໂທສອບຖາມໄດ້ທີ່ 021 353900 ຫຼື 021 353901
read more