ປະທານວິທະຍາໄລ ລາວ-ທ໊ອບ ທ່ານ ກວັນຢຸງວຸກ ໄດ້ມອບທຶນການສຶກສາໃຫ້ແກ່ນັກກິລາເຕັ້ນເຊຍລີດເດີ້ ເພື່ອເປັນການຕອບແທນບຸນຄຸນໃຫ້ແກ່ນັກສຶກສາ ທີ່ມີສ່ວນຮ່ວມໃນການສ້າງຊື່ສຽງໃຫ້ແກ່ວິທະຍາໄລ ລາວ-ທ໊ອບ, ທ່ານ ກວັນຢຸງວຸກ ຈຶ່ງໄດ້ມອບທຶນການສຶກສາໃຫ້ແກ່ນັກກິລາເຕັ້ນເຊຍລີດເດີ້ ທີ່ສາມາດຍາດໄດ້ ຮອງຊະນະເລີດອັນດັບ 3 ໃນການແຂ່ງຂັນ Pepsi Cheerleading Contest 2016 ທີ່ຫາກໍຜ່ານໄປສົດໆຮ້ອນໆ. ເຊິ່ງມີນ້ອງນັກສຶກສາທັງໝົດ 18 ຄົນ. ມີທັງມາຈາກພາກວິຊາ ພາສາອັງກິດ, ໄອທີ, ແລະ ຄອມພິວເຕີທຸລະກິດ. ວິທະຍາໄລ ລາວ-ທ໊ອບ ຂໍຂອບໃຈນ້ອງໆນັກສຶກສາທີ່ປະກອບສ່ວນສ້າງຊື່ສຽງໃຫ້ແກ່ວິທະຍາໄລ ລາວ-ທ໊ອບ ໃນການແຂ່ງຂັນເຕັ້ນເຊຍລີດເດີ້ ທັງຊຸດທຳອິດປີ 2014, 2015, ແລະ ລ່າສຸດ 2016. ນອກຈາກໄດ້ຮັບລາງວັນ ແລະ ທຶນການສຶກສາແລ້ວ…

read more

ຮັບສະມັກນັກກິລາ ຣັກບີ້ ປະຈຳທີມໂຮງຮຽນ ວິທະຍາໄລ ລາວ-ທ໊ອບ ເປີດຮັບສະມັກນັກກິລາ ຣັກບີ້ ເພື່ອເຂົ້າສະມາຄົມ Rugby club ຂອງວິທະຍາໄລ ລາວ-ທ໊ອບ ເພື່ອເປັນການກຽມຄວາມພ້ອມກ່ອນການແຂ່ງຂັນ Coca Cola Tag Rugby 2017 ການແຂ່ງຂັນ 2 ຄັ້ງທີ່ຜ່ານມາ ທິມຈາກວິທະຍາໄລ ລາວ-ທ໊ອບ ສາມາດຄວ້າໄດ້ແຊ້ມທັງສອງຄັ້ງ ເຊິ່ງສະແດງໃຫ້ເຫັນວ່າເຮົາພ້ອມແລ້ວກັນການແຂ່ງຂັນຄັ້ງຍິ່ງໃຫຍ່ ເຊິ່ງໃຫ້ການສະໜັບສະໜູນໂດຍ ສະຫະພັນ ຣັກບີ້ ແຫ່ງຊາດລາວ ສາມາດສະມັກໄດ້ໃນແບບຟອມລຸ່ມນີ້ ກຳລັງໂຫລດ…

read more

Director meets freshman students ອຳນວຍການພົບປະກັບນັກສຶກສາໃໝ່ On Sep 15, 2016, Director of Lao-Top College Prof. Lamphay Khoundavong met freshman students from department of Finance-Accounting, IT, and Computer Business. The director started from these classes to spread regulations, events, and term calendar. He told…

read more

  ໃນວັນທີ 14/06/2016 ທີ່ທະນາຄານ ຮ່ວມພັດທະນາ ໄດ້ມີການເຊັ່ນສັນຍາປະຕິບັດໂຄງການ ກອງທຶນກູ້ຢືມ ເພື່ອການສຶກສາ. ໂດຍມີທ່ານ ກວັນ ຢຸງ ວຸກ ອຳນວຍການວິທະຍາໄລ ລາວ-ທ໊ອບ ແລະ ທ່ານ ສູນທອນ ຈັນທະວົງ ອຳນວຍການ ທະນາຄານ ຮ່ວມພັດທະນາ ໄດ້ເປັນຜູ້ຮ່ວມລົງນາມໃນໂຄງການ ທຶນກູ້ຢືມເພື່ອການສຶກສາ ເຊິ່ງຈັດຕັ້ງຂຶ້ນເປັນຄັ້ງທຳອິດໃນປະເທດລາວ ແລະ ວິທະຍາໄລ ລາວ-ທ໊ອບ ກໍໄດ້ຮັບກຽດເຂົ້າຮ່ວມໂຄງການເປັນສະຖາບັນສຶກສາແຫ່ງທຳອິດ ດ້ວຍເລັງເຫັນເຖິງຄວາມສຳຄັນ ຂອງການສຶກສາ ແລະ ຄວາມທຸກຍາກຂາດເຂີນຂອງນັກສຶກສາບາງທ່ານທີ່ຮຽນດີ ແຕ່ບໍ່ມີເງື່ອນໄຂພຽງພໍທີ່ຈະສຶກສາໃນລະດັບວິທະຍາໄລ. ທ່ານ ກວັນ ຢຸງ ວຸກ ຈຶ່ງຕັດສິນໃຈເຂົ້າຮ່ວມໂຄງການ ທີ່ທະນາຄານຮ່ວມພັດທະນາ ໄດ້ສະເໜີເຂົ້າມາ ເພື່ອເປັນການເສີມສ້າງຊັບພະຍາກອນມະນຸດເພື່ອອອກມາຮັບໃຊ້ປະເທດຊາດຢ່າງມີປະສິດຕິພາບ  …

read more

ວິທະຍາໄລ ລາວ-ທ໊ອບ ເປີດຮັບນັກຮຽນຄອມພິວເຕີໄລຍະສັ້ນ ຊຸດໃໝ່ ລົງຖະບຽນ: ຕັ້ງແຕ່ວັນນີ້ເປັນຕົ້ນໄປ ເລີ່ມຮຽນ: ວັນເສົາ ທີ 07/05/2016 ມື້ຮຽນ: ເສົາ ແລະ ອາທິດ ເວລາຮຽນ: 09:00-12:00ໂມງ ເຊົ້າ ຫຼັກສູດໄລຍະສັ້ນທີ່ເປີດຮັບມີດັ່ງນີ້: Microsoft Office (45ຊົ່ວໂມງ) Microsoft Office Word (45 ຊົ່ວໂມງ) Microsoft Office Excel (45 ຊົ່ວໂມງ) Microsoft Office Power (45 ຊົ່ວໂມງ) ຫຼັກສູດຕິດຕັ້ງ+ແກ້ໄຂບັນຫາຄອມພິວເຕີ+ເຄືອຂ່າຍ (45 ຊົ່ວໂມງ) ຫຼັກສູດອອກແບບ Photoshop+Illustrator (45…

read more

Google ເປີດໂຕແຫຼ່ງຮຽນຮູ້ Computer Science Google ໄດ້ເປີດໂຕເວັບໄຊຮຽນຮູ້ ວິທະຍາສາດ ຄອມພິວເຕີ ເພື່ອສະໜັບສະໜູນໃຫ້ທຸກໆຄົນໄດ້ຮຽນຮູ້ ວິທະຍາສາດ ຄອມພິວເຕີ ຫຼື ເອີ້ນວ່າ CS ຈຸດປະສົງຂອງການຮຽນຮູ້ແມ່ນເພື່ອເປີດຫົນທາງໄປສູ່ນະວັດຕະກຳໃໝ່ໆ, ຄວາມຄິດສ້າງສັນແບບໃໝ່ໆ, ແລະ ໂອກາດທີ່ຈະກ້າວໜ້າໃນວຽກງານ. ໃນເວັບໄຊນັ້ນລວມມີເຄື່ອງມື ແລະ ຂໍ້ມູນຕ່າງໆ ທີ່ເໝາະກັບບຸກຄົນທົ່ວໄປ ຕັ້ງແຕ່ເດັກນ້ອຍ ໄປຈົນຮອດຜູ້ໃຫຍ່ ແລະ ສຳລັບທຸກສາຂາອາຊີບ ບໍ່ວ່າຈະເປັນຕຳຫຼວດແພດໝໍ ນັກຮຽນ ນັກສຶກສາ ແລະ ອາຈານ. ມີຂໍ້ມູນຄົບທຸກຢ່າງເຊິ່ງໄດ້ເປີດອອນລາຍໃຫ້ເຮົາໄດ້ເຂົ້າໄປສຶກສາ ການຮຽນວິທະຍາສາດຄອມພິວເຕີ ຈະບໍ່ແມ່ນເລື່ອງໜ້າເບື່ອອີກຕໍ່ໄປ ເພາະວ່າເຂົາມີທັງຊຸມຊົນທີ່ໃຫ້ເຮົາສາມາດເຂົ້າໄປສອບຖາມ ແລກປ່ຽນຄຳຄິດຄຳເຫັນ ຫຼື ໄປອ່ານບົດຄວາມຕ່າງໆໄດ້ຫຼາກຫຼາຍ ວິທະຍາສາດຄອມພິວເຕີ ແມ່ນເໝາະກັບທຸກຄົນ ສາມາດເຂົ້າໄປອ່ານຂໍ້ມູນເພີ່ມໄດ້ທີ່  https://www.google.com/edu/cs…

read more

Bowling and Snooker 2015 ເພື່ອເປັນການສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 21 ປີ. ວິທະຍາໄລ ລາວ-ທ໊ອບ ໄດ້ຈັດກິດຈະກຳລະວ່າງຄູອາຈານ ແລະ ນັກສຶກສາໃນຂົງເຂດຂຶ້ນໃນວັນທີ 3/10/2015 ເພື່ອເປັນການຄຳນັບຮັບຕ້ອນວັນຄູແຫ່ງຊາດທີຈະມາຮອດ. ໃນກິດຈະກຳແມ່ນປະກອບໄປດ້ວຍການແຂ່ງຂັນໂຍນໂບລິ້ງ ແລະ ການແຂ່ງຂັນສະນຸກເກີ້ ທີ່ເຕັມໄປດ້ວຍຄວາມເບີກບານມ່ວນຊືນ ແລະ ອົບອຸ່ນລະວ່າງຄູອາຈານ, ພະນັກງານ ແລະ ນັກສຶກສາຈາກທັງສາຂາ ໄອທີ, ຄອມພິວເຕີທຸລະກິດ, ພາສາອັງກິດ, ບໍລິຫານທຸລະກິດ ແລະ ການເງິນ-ການບັນຊີ. ເມື່ອຈົບການແຂ່ງຂັນໂບລິ້ງຜົນການແຂ່ງຂັນດັ່ງນີ້ 1.           ທ້າວ ຄຳຮຸ່ງ ແລະ ທ້າວ ສຸລະໄຊ – ອັນດັບ 1 ທີມຊາຍ (ອັງກິດ…

read more

ພິທີຣັບນ້ອງໃໝ່ສາຂາໄອທີ ແລະ ຄອມພິວເຕີທຸລະກິດ ຈົບລົງໄປແລ້ວກັບ ງານຮຸ່ນນ້ອງໃໝ່ທີ່ວິທະຍາໄລ ລາວ-ທ໊ອບ ເຊິ່ງນັກສຶກສາ ປີສອງ ຂອງສາຂາໄອທີ ແລະ ຄອມພິວເຕີທຸລກິດ ໄດ້ຮ່ວມກັນຈັດຂຶ້ນເພື່ອນັກສຶກສາຣຸ່ນນ້ອງ ເຊິ່ງຈັດຂຶ້ນໃນວັນທີ 26/10/2015 ບັນຍາກາດໄດ້ເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ ແລະ ອົບອຸ່ນ. ເປັນກຽດເຂົ້າຮ່ວມໂດຍບັນດາອາຈານທີ່ສອນໃນສາຂາດັ່ງກ່າວ. ຫຼັງຈາກຈົບກິດຈະກຳແລ້ວ ກໍໄດ້ມີການຖ່າຍຮູບລວມໝູ່ທັງປີໜຶ່ງ ແລະ ປີສອງ. ຈາກນັ້ນນັກສຶກສາທັງໝົດກໍໄດ້ມີການແຂ່ງຂັນເຕະບານມິດຕະພາບຂຶ້ນ ລະຫວ່າງປີໜຶ່ງ ແລະ ປີສອງ. ຈົບການແຂ່ງຂັນ ປາກົດວ່າຮຸ່ນນ້ອງປີໜຶ່ງເອົາຊະນະໄປ 5-4  

read more

ງານປະຖົມນິເທດນັກສຶກສາໃໝ່ ປີ 2015 ໃນຕອນເຊົ້າຂອງວັນທີ 18 ກັນຍາ 2015 ໄດ້ມີງານປະຖົມນິເທດ ເພື່ອໃຫ້ຂໍ້ມູນຂອງວິທະຍາໄລ ລາວ-ທ໊ອບແກ່ນັກສຶກສາປີໜຶ່ງ ທີ່ເຂົ້າມາຮຽນໃໝ່. ໃນງານໄດ້ຖືເປັນກຽດເຂົ້າຮ່ວມໂດຍທ່ານ ກວັນຢຸງວຸກ ອຳນວຍການວິທະຍາໄລ ລາວ-ທ໊ອບ ພ້ອມຄະນະ ເຂົ້າໃຫ້ຄຳໂອວາດແກ່ນັກສຶກສາທີ່ເຂົ້າໃໝ່. ນອກນັ້ນຍັງໄດ້ເຊີນບັນດາ ອາຈານສອນປີໜຶ່ງ ຂຶ້ນມາແນະນຳໂຕເອງຢ່າງເປັນທາງການໃຫ້ນັກສຶກສາ ໄດ້ຮູ້ຈັກ ໃນງານ ໄດ້ເຜີຍແຜ່ລະບຽບການຕ່າງໆໃຫ້ແກ່ນັກສຶກສາ ເຊັ່ນ: ລະບຽບການນຸ່ງຖື, ລະບຽບການເຂົ້າອອກໂຮງຮຽນ ລວມເຖິງການຄິດໄລ່ຄະແນນໃຫ້ແກ່ນັກສຶກສາ ເພື່ອຮັບປະກັນເຖິງຄວາມເປັນລະບຽບຮຽບຮ້ອຍ ແລະ ຄຸນະພາບຂອງການສຶກສາ ເຊິ່ງເປັນສິ່ງທີ່ວິທະຍາໄລ ລາວ-ທ໊ອບເນັ້ນໜັກກວ່າສະຖາບັນອື່ນໆ ທ່ານກວັນຢຸງວຸກຂຶ້ນໃຫ້ຄຳໂອວາດແກ່ນັກສຶກສາໃໝ່

read more